ລາຍການສິລະປະເຊີດຊູຄຸນຄ່າພຸດທະສາສະໜາໃນປະຫວັດສາດຂອງຊາດ

(VOVWORLD) -   ລາຍການໄດ້ນຳບັນດາຄຸນຄ່າອັນເລິກເຊິ່ງຂອງພຸດທາສະສາໜາ ໃນຊີວິດການເປັນຢູ່ມາໃຫ້ຜູ້ຊົມ, ສາສະນິກກະຊົນ ແລະ ຜູ້ທີ່ຮັກສາສະໜາພຸດ ຜ່ານແງ່ມູມສິລະປະການສະແດງ...
ລາຍການສິລະປະເຊີດຊູຄຸນຄ່າພຸດທະສາສະໜາໃນປະຫວັດສາດຂອງຊາດ - ảnh 1ການສະແດງສິລະປະທີ່ລາຍການ
(ພາບ:Xuân Khu/TTXVN)

ຕອນຄ່ຳວັນທີ 28 ພຶດສະພາ, ສະມາຄົມພຸດທະສາສະໜາ ຫວຽດນາມ, ນະຄອນ ໂຮ່ຈີມິນ ໄດ້ຈັດລາຍການສະແດງສິລະປະຂ່ຳນັບຮັບຕ້ອນວັນບຸນ ວິສາຂະບູຊາ - ພສ 2567.

        ລາຍການໄດ້ນຳບັນດາຄຸນຄ່າອັນເລິກເຊິ່ງຂອງພຸດທາສະສາໜາ ໃນຊີວິດການເປັນຢູ່ມາໃຫ້ຜູ້ຊົມ, ສາສະນິກກະຊົນ ແລະ ຜູ້ທີ່ຮັກສາສະໜາພຸດ ຜ່ານແງ່ມູມສິລະປະການສະແດງ; ຢັັ້ງຢືນບົດບາດອັນໃຫຍ່ຫຼວງຂອງພຸດທະສາສະໜາ ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ສະໜິດຕິດພັນຮ່ວມເດີນທາງພ້ອມກັນຊາດ. ພ້ອມກັນນັ້ນ, ລາຍການກໍ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດອັນສູງສົ່ງຂອງ ພະໂພທິສັດ ທິກກວາງດຶກ, ເພີ່ນໄດ້ເຜົາຕົນເອງຂ້າຕົວຕາຍເພື່ອສັນຕິພາບ ເມື່ອປີ 1963.

ຕອບກັບ

ຂ່າວ/ບົດ​ອື່ນ