ລາຍການສະແດງດົນຕີປະສານສຽງ “V-Concert: ດົນຕີປະສານສຽງປີໃໝ່”

(VOVWORLD) -ຕອນຄ່ຳວັນທີ 01 ມັງກອນ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ສະຖານີໂທລະພາບດີຈີຕອນ VTC (ສະຖານີວິທະຍຸກະຈາຍສຽງຫວຽດນາມ) ໄດ້ຈັດລາຍການສະແດງດົນຕີປະສານສຽງ “V-Concert: ດົນຕີປະສານສຽງປີໃໝ່”.

ລາຍການສະແດງດົນຕີປະສານສຽງ “V-Concert: ດົນຕີປະສານສຽງປີໃໝ່” - ảnh 1 ລາຍການສະແດງດົນຕີປະສານສຽງ “V-Concert: ດົນຕີປະສານສຽງປີໃໝ່”

(ພາບ: VTC)

ລາຍການ “V-Concert: ດົນຕີປະສານສຽງປີໃໝ່” ໂດຍຜູ້ບັນຊາດົນຕີທີ່ມີຊື່ສຽງຂອງຍີ່ປຸ່ນ Honna Tetsuji ບັນຊາ. ເຂົ້າຮ່ວມລາຍການ, ທ່ານ ຫງວຽນກິມຈຸງ, ຜູ້ອຳນວຍການສະຖານີໂທລະພາບດີຈີຕອນ VTC ໃຫ້ຮູ້ວ່າ.

        “ປີນີ້ເປັນຄັ້ງທຳອິດລາຍການດົນຕີປະສານສຽງປີໃໝ່ໄດ້ຮັບການຈັດຕັ້ງຢູ່ຫວຽດນາມ ໃນປີ 2018. ຂ້າພະເຈົ້າຫວັງວ່າ, ລາຍການດົນຕີປະສານສຽງປີໃໝ່ ຈະແມ່ນເຫດການດົນຕີ Classic ເຊິ່ງໄດ້ຈັດຂຶ້ນໃນມື້ທຳອິດຂອງເດືອນມັງກອນ ໃນແຕ່ລະປີ. ພວກຂ້າພະເຈົ້າຫວັງວ່າ, ຜ່ານລາຍການດັ່ງກ່າວ, ມວນຊົນມີເງື່ອນໄຂໄດ້ຮັບຟັງບັນດາບົດດົນຕີ Classic ຂອງໂລກ, ເຊິ່ງໄດ້ຮັບການສະແດງຈາກບັນດານັກສິລະປິນເສບເຄື່ອງດົນຕີຫວຽດນາມ, ກໍຄືບັນດານັກສິລະປິນເສບເຄື່ອງດົນຕີແຖວໜ້າຂອງໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ