​ລາຍ​ການ​ສະ​ແດງ​ດົນ​ຕີ​ສ້າງກອງ​ທຶນຊ່ວຍ​ເຫຼືອ​ເດັກ​ນ້ອຍ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ພິ​ເສດ

(VOVWORLD) -ງານສະແດງດົນຕີ "Dream Concert" ແມ່ນການສະແດງດົນຕີ ຄລາດຊິກ, ທີ່ມີລັກສະນະສິລະປະສູງ ແລະ ມີລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ ຜູ້ມີຊື່ສຽງໃນວົງການສິລະປະດົນຕີ.

​ລາຍ​ການ​ສະ​ແດງ​ດົນ​ຕີ​ສ້າງກອງ​ທຶນຊ່ວຍ​ເຫຼືອ​ເດັກ​ນ້ອຍ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ພິ​ເສດ - ảnh 1ເດັກນ້ອຍ ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ແທັກເທິດ, ຮ່າໂນ້ຍ ຈຳນວນ 20 ຄົນ ໄດ້ຮັບທຶນການສຶກສາ (ພາບ: TTXVN)

ຕອນຄ່ຳວັນທີ 06 ກໍລະກົດ, ຢູ່ໂຮງລະຄອນໃຫຍ່ (ຮ່າໂນ້ຍ), ກອງທຶນອຸປະກາລະເດັກ ຫວຽດນາມ ໄດ້ສົມທົບກັບ ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫາກໍຈັດ ງານສະແດງດົນຕີ ຄລາດຊິກ “Dream Concert”, ດ້ວຍຄວາມປາດຖະໜາຢາກສ້າງກອງທຶນຊ່ວຍເຫຼືອເດັກ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກພິເສດ. ໃນລາຍການ, ທ່ານ ຮວ່າງວັນຕ໊ຽນ, ປະທານກອງທຶນອຸປະກາລະເດັກ ຫວຽດນາມ ໄດ້ຮັບເງິນຊ່ວຍເຫຼືອກວ່າ 2 ຕື້ດົ່ງ ຈາກສ່ວນບຸກຄົນ, ອົງການຈັດຕັ້ງຕ່າງໆ.

        ເນື່ອງໃນໂອກາດນີ້, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ, ປະທານສະພາກອງທຶນອຸປະກາລະເດັກ ຫວຽດນາມ ແລະ ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ມອບຂອງຂວັນ ແລະ ໜູນຊ່ວຍທຶນການສຶກສາໃຫ້ເດັກນ້ອຍ ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ແທັກເທິດ, ຮ່າໂນ້ຍ ຈຳນວນ 20 ຄົນ.

        ງານສະແດງດົນຕີ "Dream Concert" ແມ່ນການສະແດງດົນຕີ ຄລາດຊິກ, ທີ່ມີລັກສະນະສິລະປະສູງ ແລະ ມີລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ ດ້ວຍການເຂົ້າຮ່ວມຂອງນັກສິລະປິນ ຜູ້ມີຊື່ສຽງໃນວົງການສິລະປະດົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ