ລາຍການສະແດງສິລະປະ “ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ” ຄັ້ງທີ 3

(VOVWORLD) -ຕອນຄ່ຳວັນທີ 01 ກຸມພາ, ຢູ່ຮ່າໂນ້ຍ, ທີພິທີສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2018) ແລະ ຕ້ອນຮັບບຸນເຕັດປີວອກ 2018
ລາຍການສະແດງສິລະປະ “ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ” ຄັ້ງທີ 3 - ảnh 1 (ພາບປະກອບ: TTXVN)

ໜັງສືພິມກອງທັບປະຊາຊົນ ໄດ້ສົມທົບກັບສະຖານີໂທລະພາບຫວຽດນາມ ແລະ ບັນດາອົງການ, ຫົວໜ່ວຍ ຈັດຕັ້ງລາຍການສະແດງສິລະປະ “ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ” ຄັ້ງທີ 3. ເຂົ້າຮ່ວມລາຍການມີທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ພ້ອມກັບບັນດາການນຳ, ອະດີດການນຳບັນດາກະຊວງ, ຄະນະ, ຂະແໜງການສູນກາງ.

        ທີ່ລາຍການ, ນອກຈາກໄດ້ຮັບຟັງບັນດາບົດເພງອະມະຕະທີ່ຍ້ອງຍໍສັນລະເສີນພັກ, ຍ້ອງຍໍລະດູບານໃໝ່ແລ້ວ. ຄະນະຈັດຕັ້ງຍັງໄດ້ຈັດການເຄື່ອນໄຫວຕອບບຸນແທນຄຸນບາງຢ່າງຄື: ຮຽກຮ້ອງບັນດາຜູ້ມີໃຈບຸນໃຈກຸສົນສ້າງໂຮງຮຽນອະນຸບານແຫ່ງໜຶ່ງຢູ່ຕາແສງ ກວາງຈ້ອງ, ເມືອງແທັກອານ, ແຂວງ ກາວບັ່ງ; ມອບຂອງຂວັນ 1.600 ພູດ ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນແຂວງແທງຮ໋ວາ.

ຕອບກັບ

ຂ່າວ/ບົດ​ອື່ນ