ລາຍການສະແດງສິລະປະ “ດົ່ງລົກ - ດອກໄມ້ອໍາມະຕະ”

(VOVWORLD) -ການເສຍສະຫຼະຊີວິດຂອງຊາວໜຸ່ມຍິງຕະລຸມບອນ 10 ຄົນ ແລະ ນັກຮົບບໍ່ຈັກວ່າເທົ່າໃດຄົນຢູ່ ດົ່ງລົກນັ້ນ ແມ່ນ ສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ.
ລາຍການສະແດງສິລະປະ “ດົ່ງລົກ - ດອກໄມ້ອໍາມະຕະ” - ảnh 1ລາຍການສະແດງສິລະປະ “ດົ່ງລົກ - ດອກໄມ້ອໍາມະຕະ”(ພາບ: TTXVN)

ຕອນຄໍ່າວັນທີ 22 ກໍລະກົດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດຊາວໜຸ່ມຕະລຸມບອນ ສາມແຍກ ດົ່ງລົກ, ເມືອງ ການລົກ, ແຂວງຮ່າຕິງ ຂອງຫວຽດນາມ ໄດ້ຈັດຕັ້ງລາຍການສະແດງສິລະປະ “ດົ່ງລົກ - ດອກໄມ້ອໍາມະຕະ” ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 72 ປີ, ອາໄລຫາວັນທະຫານຊາວໜຸ່ມຍິງຕະລຸມບອນ 10 ຄົນເສຍສະຫຼະຊີວິດ ຢູ່ ສາມແຍກດົ່ງລົກ. ກ່າວຄໍາເຫັນໄຂລາຍການ, ທ່ານຮອງເລຂາພັກແຂວງ ຮ່າຕິງ ຮວ່າງຈິງຢຸງ ເນັ້ນໜັກວ່າ: ການເສຍສະຫຼະຊີວິດຂອງຊາວໜຸ່ມຍິງຕະລຸມບອນ 10 ຄົນ ແລະ ນັກຮົບບໍ່ຈັກວ່າເທົ່າໃດຄົນຢູ່ ດົ່ງລົກນັ້ນ ແມ່ນ ສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ; ເປັນການສົ່ງເສີມໃຫ້ຊາວໜຸ່ມທຸກໆຄົນເຂົ້າຮ່ວມການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຫວຽດນາມ ສັງຄົມນິຍົມ.

        ລາຍການສະແດງສິລະປະດັ່ງກ່າວ ໄດ້ວາດພາບຄືນດິນແດນ ຮ່າຕິງ ມູນເຊື້ອປະຕິວັດ ແລະ ເຮັດໃຫ້ຜູ້ຊົມໄດ້ທົບທວນຄືນບັນດາຂີດໝາຍປະຫວັດສາດຂອງໄລຍະຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ. ລາຍການນີ້ ກໍແມ່ນການສະແດງຄວາມຮູ້ບຸນຄຸນ ຂອງຄົນລຸ້ນໜຸ່ມສໍາລັບການເສຍສະຫຼະຂອງຄົນລຸ້ນກ່ອນ; ພ້ອມທັງຢ້ັງຢືນຄວາມເອກອ້າງທະນົງໃຈ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນຍຸກສະໄໝໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ