ລາຍ​ການ​ສະ​ແດງ​ສິ​ລະ​ປະ “ດອກ​ໄມ້​ສີ​ແດງ” ຄັ້ງ​ທີ 15: ບົດ​ເພງ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ສະ​ໄໝ​ລະ​ເບີດ​ຄວັນ​ໄຟ

(VOVWORLD) -ລາຍການ “ດອກໄມ້ສີແດງ” ໄດ້ສະທ້ອນໃຫ້ເຫັນທັງຄວາມຊົງຈຳທີ່ເຈັບແສບ ແລະ ສະຫງ່າອົງອາດຂອງຊຸມວັນເດືອນປີທີ່ເຕັມໄປດ້ວຍລະເບີດຄວັນໄຟ. 
ລາຍ​ການ​ສະ​ແດງ​ສິ​ລະ​ປະ “ດອກ​ໄມ້​ສີ​ແດງ” ຄັ້ງ​ທີ 15: ບົດ​ເພງ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ສະ​ໄໝ​ລະ​ເບີດ​ຄວັນ​ໄຟ - ảnh 1ລາຍການສະແດງສິລະປະ “ດອກໄມ້ສີແດງ”  (ພາບ: VOV)

ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼຸະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊິນ, ແຂວງ ກວ໋າງຈິ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ແລະ ແຂວງ ກວ໋າງຈິ ໄດ້ສົມທົບກັນຈັດຕັ້ງລາຍການສະແດງສິລະປະ “ດອກໄມ້ສີແດງ” ຄັ້ງທີ 15 ປີ 2022. ລາຍການ “ດອກໄມ້ສີແດງ” ໄດ້ສະທ້ອນໃຫ້ເຫັນທັງຄວາມຊົງຈຳທີ່ເຈັບແສບ ແລະ ສະຫງ່າອົງອາດຂອງຊຸມວັນເດືອນປີທີ່ເຕັມໄປດ້ວຍລະເບີດຄວັນໄຟ. ລາຍການດັ່ງກ່າວ ມີຄວາມໝາຍພິເສດ ແນໃສ່ອາໄລຫາ, ຈາລຶກບຸນຄຸນບັນດາແມ່ຫວຽດນາມ ວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຊາວໜຸ່ມຕະລຸ່ມບອນ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຕໍ່ປະເທດຊາດ.

15 ປີຜ່ານມາ, ລາຍການ “ດອກໄມ້ສີແດງ” ໄດ້ສ້າງກຳລັງແຜ່ຂະຫຍາຍຢ່າງໃຫຍ່ຫຼວງ ແລະ ໄດ້ຮັບຄວາມສົນໃຈເປັນພິເສດຈາກປະຊາຊົນທຸກຊັ້ນວັນນະ, ການປະກອບສ່ວນຂອງບັນດາພະນັກງານ, ອົງການຈັດຕັ້ງ, ວິສາຫະກິດ ທີ່ໄດ້ສະໝັກໃຈປະກອບສ່ວນ ພ້ອມກັບຄະນະຈັດຕັ້ງເຂົ້າຮ່ວມບັນດາການເຄື່ອນໄຫວຕອບບຸນແທນຄຸນ, ມອບປື້ມປະຢັດເງິນຝາກກວ່າ 130.000 ເຫຼັ້ມ, ເຮືອນແຫ່ງສາຍຈິດມິດໃຈກວ່າ 550 ຫຼັງ, ພ້ອມດ້ວຍທຶນການສຶກສານັບໝື່ນທຶນໃຫ້ແກ່ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຄອບຄົວເປົ້າໝາຍນະໂຍບາຍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ