ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ດາວ​ເອ​ກະ​ລາດ” ເຊີດ​ຊູ​ມາ​ນະ​ຈິດ​ອົງ​ອາດ​ກ້າ​ແກ່ນ​ຂອງ​ຊາດ ຫວຽດ​ນາມ

(VOVWORLD) -   “ດາວເອກະລາດ” ແມ່ນລາຍການຖືກຈັດຂຶ້ນເປັນປະຈຳ ດ້ວຍການສະແດງບັນດາລາຍການທີ່ເປັນເອກະລັກສະເພາະ, ສະແດງບັນດາຄຸນຄ່າອັນດີງາມດ້ານວັດທະນະທຳ, ປະຫວັດສາດກ່ຽວກັບນ້ຳໃຈຮັກຊາດ, ມານະຈິດອົງອາດກ້າແກ່ນຂອງປະຊາຊົນ ຫວຽດນາມ ຫຼາຍລຸ້ນຄົນໃນການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາພື້ນຖານເອກະລາດຂອງຊາດ.
ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ດາວ​ເອ​ກະ​ລາດ” ເຊີດ​ຊູ​ມາ​ນະ​ຈິດ​ອົງ​ອາດ​ກ້າ​ແກ່ນ​ຂອງ​ຊາດ ຫວຽດ​ນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມລາຍການສະແດງສິລະປະ (ພາບ:nhandan.vn)

ໂດຍສະເຫຼີມສະຫຼອງ 78 ປີແຫ່ງການປະຕິວັດເດືອນສິງຫາ (19/8/1945 - 19/8/2023) ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2023), ຕອນຄ່ຳວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບັນນາທິການວາລະສານ ຄອມມູນິດ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຄະນະບັນນາທິການໜັງສືພິມປະຊາຊົນ ໄດ້ຈັດລາຍການສະແດງສິລະປະ ດ້ວຍຫົວຂໍ້ “ດາວເອກະລາດ”. ເຂົ້າຮ່ວມລາຍການ ມີທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງັຍ, ການນຳບັນດາຄະນະ, ກະຊວງ, ຂະແໜງການຂອງສູນກາງ, ທ້ອງຖິ່ນ ແລະ ນັກປະຕິວັດອາວຸໂສ.

        “ດາວເອກະລາດ” ແມ່ນລາຍການຖືກຈັດຂຶ້ນເປັນປະຈຳ ດ້ວຍການສະແດງບັນດາລາຍການທີ່ເປັນເອກະລັກສະເພາະ, ສະແດງບັນດາຄຸນຄ່າອັນດີງາມດ້ານວັດທະນະທຳ, ປະຫວັດສາດກ່ຽວກັບນ້ຳໃຈຮັກຊາດ, ມານະຈິດອົງອາດກ້າແກ່ນຂອງປະຊາຊົນ ຫວຽດນາມ ຫຼາຍລຸ້ນຄົນໃນການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາພື້ນຖານເອກະລາດຂອງຊາດ. “ດາວເອກະລາດ” ປີ 2023 ມີຫຼາຍຈຸດໃໝ່ອ່ຽມ, ປະດິດຄິດສ້າງ, ປະສານສົມທົບລະຫວ່າງປັດໃຈສິລະປະ ແລະ ມີຄວາມໝາຍດ້ານການເມືອງໄດ້ຢ່າງກົມກຽວ, ສ່ອງແສງໄດ້ສະພາບການຂອງປະເທດໃນຕະຫຼອດ 78 ປີທີ່ມີເອກະລາດ, ເປັນເຈົ້າຕົນເອງ ແລະ ຢຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມ ນັບແຕ່ການປະຕິວັດເດືອນສິງຫາ ແລະ ວັນຊາດທີ  2 ກັນຍາ 1945. ລາຍການໄດ້ສະແດງໃຫ້ເຫັນເປົ້າໝາຍ, ການກຳນົດທິດທາງ, ຄວາມປາດຖະໜາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ສູນກາງພັກໃນຊຸມເດືອນຈະມາເຖິງ ແລະ ໃນຫຼາຍປີຕໍ່ໜ້າ ເພື່ອແນໃສ່ນຳປະເທດຍາດໄດ້ຜົນງານໃໝ່ໃນພາລະກິດແຫ່ງການເຊື່ອມໂຍງ ແລະ ພັດທະນາ.


 

ຕອບກັບ

ຂ່າວ/ບົດ​ອື່ນ