ລາຍ​ການສະ​ແດງ​ສິ​ລະ​ປະ “ພູຫຼວງ​ຕາ​ເວັນ​ອອກ ເອີ້ນ​ພູຫຼວງ​ຕາ​ເວັນ​ຕົກ” ວາດ​ພາດ​ຄືນ​ໄລ​ຍະ​ຂຸ​ດ​ພູຫຼວງ​ກູ້​ຊາດ

(VOVWORLD) - ຕອນຄ່ຳວັນທີ 17 ພຶດສະພາ, ຢູ່ສຸສານຊາວໜຸ່ມຕະລຸມບອນ ທໍ້ລົກ, ເມືອງ ໂບ໋ແຈກ, ແຂວງ ກວ໋າງບິງ ໄດ້ດຳເນີນລາຍການສະແດງສິລະປະ “ພູຫຼວງຕາເວັນອອກ ເອີ້ນພູຫຼວງຕາເວັນຕົກ” ດ້ວຍຫົວຂໍ້ “ທ້ອງຟ້າ ແລະ ຂຸມລະເບີດ”, ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານ ພູຫຼວງ ຄົບຮອບ 65 ປີ ແລະ ວັນເປີດເສັ້ນທາງ ພູຫຼວງ - ເສັ້ນທາງໂຮ່ຈີມິນ ຄົບຮອບ 65 ປີ (1959 – 2024).
ລາຍ​ການສະ​ແດງ​ສິ​ລະ​ປະ “ພູຫຼວງ​ຕາ​ເວັນ​ອອກ ເອີ້ນ​ພູຫຼວງ​ຕາ​ເວັນ​ຕົກ” ວາດ​ພາດ​ຄືນ​ໄລ​ຍະ​ຂຸ​ດ​ພູຫຼວງ​ກູ້​ຊາດ - ảnh 1ລາຍການສະແດງສິລະປະ “ພູຫຼວງຕາເວັນອອກ ເອີ້ນພູຫຼວງຕາເວັນຕົກ” ດ້ວຍຫົວຂໍ້ “ທ້ອງຟ້າ ແລະ ຂຸມລະເບີດ” (ພາບ: VOV)

ລາຍການດັ່ງກ່າວໄດ້ວາດພາບຄືນຊຸມວັນເດືອນປີທີ່ພິລະອາດຫານ, ຂຸດພູຫຼວງ ໄປກູ້ຊາດຂອງຊາວໜຸ່ມ ຫວຽດນາມ ແລະ ທະຫານ ພູຫຼວງ, ຍ້ອງຍໍສັນລະເສີນນ້ຳໃຈຮັກບ້ານເກີດເມືອງນອນປະເທດຊາດ, ການເສຍສະຫຼະ ແລະ ຄວາມເຊື່ອໝັ້ນຕໍ່ໄຊະນະຂອງລຸ້ນຕ່າງໆ. ທ່ານ ຫງວຽນເລິມແທັງ, ຫົວໜ້າສູນໂທລະພາບ ຫວຽດນາມ ພາກກາງ - ໄຕງວຽນ ແບ່ງປັນວ່າ:

“ປີນີ້, ພວກຂ້າພະເຈົ້າໄດ້ສະຫງວນເວລາທັງໝົດ 90 ນາທີຂອງລາຍການ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ຊາວໜຸ່ມຕະລຸມບອນ, ຜູ້ທີ່ພ້ອມເດີນຕາມຄວາມຮຽກຮ້ອງຂອງຊາດ ແລະ ມີການປະກອບສ່ວນຢ່າງງຽບໆແຕ່ມີຄວາມສຳຄັນຍິ່ງ ເພື່ອນຳມາເຊິ່ງໄຊຊະນະຂອງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ”.

ໃນລາຍການ, ຄະນະຈັດຕັ້ງ ກໍໄດ້ມອບຂອງຂວັນ 90 ພູດ ໃຫ້ແກ່ອະດີດຊາວໜຸ່ມຕະລຸມບອນ, ນັກຮົບເກົ່າທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ຕອບກັບ

ຂ່າວ/ບົດ​ອື່ນ