ລາຍການສະແດງສິລະປະ “ລະດູບານໃໝ່ຊົມເຊີຍພັກ”

(VOVWORLD) - ຕອນຄ່ຳວັນທີ 02 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນລາຍການສິລະປະພິເສດ “ລະດູບານໃໝ່ຊົມເຊີຍພັກ”. ລາຍການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020).
ລາຍການສະແດງສິລະປະ “ລະດູບານໃໝ່ຊົມເຊີຍພັກ” - ảnh 1 ລາຍການສະແດງສິລະປະ “ລະດູບານໃໝ່ຊົມເຊີຍພັກ”

        ລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ລະດູບານໃໝ່ຊົມເຊີຍພັກ” ໄດ້ດຳເນີນເປັນເວລາ 90 ນາທີ, ລວມມີ 3 ພາກຕົ້ນຕໍຄື: “ລະດູບານໃໝ່ຊົມເຊີຍພັກ”, “ປະເທດຊາດ 4 ລະດູດອກໄມ້ບານ”, “ສຽງເພງລະດູບານໃໝ່” ດ້ວຍບັນດາບົດເພງສັນລະເສີນພັກກອມູນິດ ຫວຽດນາມ ທີ່ມີກຽດສະຫງ່າ, ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ລະດູບານໃໝ່ວຽນມາ. ລາຍການມີການເຂົ້າຮ່ວມສະແດງຂອງບັນດານັກສິລະປິນທີ່ມີຊື່ສຽງໃນວົງການດົນຕີ ຫວຽດນາມ ພ້ອມດ້ວຍກອງດົນຕີປະສານສຽງຂຶ້ນກັບໂຮງລະຄອນດົນຕີຟ້ອນ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ