ລາຍການສະແດງສິລະປະ “ລະດູບານໃໝ່ຢູ່ ເຈືຶ່ອງຊາ”

(VOVWORLD) -ຕອນຄ່ຳວັນທີ 04 ມີນາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເລກທີ 58, ຖະໜົນກວ໊ານສື໊, ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ “ລະດູບານໃໝ່ຢູ່ ເຈື່ອງຊາ” ປີ 2019.
ລາຍການສະແດງສິລະປະ “ລະດູບານໃໝ່ຢູ່ ເຈືຶ່ອງຊາ” - ảnh 1 (ລາຍການສະແດງສິລະປະ “ລະດູບານໃໝ່ຢູ່ ເຈືຶ່ອງຊາ”)

ເຂົ້າຮ່ວມລາຍການມີທ່ານ ຫງວຽນເທ໊ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີ, ວິຈານວັນນະຄະດີສີລະປະສູນກາງ ແລະ ການນຳບັນດາກະຊວງ, ຂະແໜງການສູນກາງ, ເຫຼົ່າທັບເຮືອ, ໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ.

        ລາຍການສະແດງສິລະປະ ລະດູບານໃໝ່ຢູ່ ເຈື່ອງຊາ ປີ 2019, ດ້ວຍສານພິເສດແນໃສ່ເຊີດຊູເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ກຳລັງມານະຈິດຂອງພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ປົກປັກຮັກສາອຳນາດອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ເຂົ້າຮ່ວມລາຍການ, ທ່ານຜູ້ຊົມໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ເຕັມໄປດ້ວຍຄວາມຮັກຕໍ່ເຈື່ອງຊາ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ດ້ວຍບັນດາບົດເພງທີ່ຕິດພັນກັບວັນເວລາ.

        ຜ່ານການຈັດຕັ້ງເປັນ 6 ຄັ້ງ (2013 - 2018), ລາຍການໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ດ້ວຍຈຳນວນເງິນເກືອບ 1,5 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ