ລາຍ​ການ​ສະ​ແດງ​ສິ​ລະປະ “ລະ​ດູ​ບານ​ໃໝ່​ເຈື່ອງ​ຊາ” ປີ 2021

(VOVWORLD) - ລາຍການແມ່ນຂົວເຊື່ອມຕໍ່ບັນດາຜູ້ມີໃຈບຸນໃຈກຸສົນຈາກບັນດາອົງການ, ຫົວໜ່ວຍ, ວິສາຫະກິດ ແລະ ສ່ວນບຸກຄົນ ຕໍ່ພະນັກງານ, ນັກຮົບຢູ່ທະເລໝູ່ເກາະ ເຊິ່ງພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕສັກກະລະບູຊາຂອງປະເທດຊາດ. 
ລາຍ​ການ​ສະ​ແດງ​ສິ​ລະປະ “ລະ​ດູ​ບານ​ໃໝ່​ເຈື່ອງ​ຊາ” ປີ 2021 - ảnh 1ລາຍການສະແດງສິລະປະ “ລະດູບານໃໝ່ເຈື່ອງຊາ” ປີ 2021 (ພາບ: TTXVN)

ຕອນຄ່ຳວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ, ຄະນະໂຄສະນາ ສຶກສາສູນກາງ ໄດ້ຈັດລາຍການສະແດງສິລະປະ “ລະດູບານໃໝ່ເຈື່ອງຊາ” ປີ 2021 ເພື່ອແນໃສ່ເຊີດຊູ ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ຄວາມມານະພະຍາຍາມຂອງພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ ທະເລໝູ່ເກາະແຫ່ງສັກກະລະບູຊາຂອງ ປະເທດຊາດ. ລາຍການໄດ້ຈັດຂຶ້ນຢ່າງພິຖິພິຖັນຊື່ງມີບັນດາບົດເພງທີ່ມີຫົວຂໍ້ກ່ຽວກັບທະເລໝູ່ເກາະ, ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ.

ລາຍການສະແດງສິປະລະ “ລະດູບານໃໝ່ເຈື່ອງຊາ” ແມ່ນການເຄື່ອນໄຫວປະຈຳປີ ໄດ້ຈັດຂຶ້ນນັບແຕ່ປີ 2013 ເປັນຕົ້ນມາ. ລາຍການແມ່ນຂົວເຊື່ອມຕໍ່ບັນດາຜູ້ມີໃຈບຸນໃຈກຸສົນຈາກບັນດາອົງການ, ຫົວໜ່ວຍ, ວິສາຫະກິດ ແລະ ສ່ວນບຸກຄົນ ຕໍ່ພະນັກງານ, ນັກຮົບຢູ່ທະເລໝູ່ເກາະ ເຊິ່ງພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕສັກກະລະບູຊາຂອງປະເທດຊາດ. ຜ່ານລາຍການ ດັ່ງກ່າວ, ສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ ໄດ້ລະດົມບັນດາອົງການ, ວິສຫາກິດ ສະໜັບສະໜູນເງິນເປັນຈຳນວນກ່ວາ 50 ຕື້ ດົ່ງໃຫ້ແກ່ນັກຮົບທະຫານເຮືອ, ພໍ່ແມ່ພີ່ນ້ອງນັບຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ