ລາຍ​ການ​ສະ​ແດງ​ສິ​ລະ​ປະ “ລະ​ດູ​ບານ​ໃໝ່​ແຫ່ງ​ຄວາມ​ຫວັງ”

(VOVWORLD) -ນີ້ແມ່ນຄັ້ງທີ 2 ທີ່ລາຍການ “ລະດູບານໃໝ່ແຫ່ງຄວາມຫວັງ” ໄດ້ຈັດຂຶ້ນ ດ້ວຍຄວາມປາດຖະໜາຢາກນຳຄວາມເບີກບານມ່ວນຊື່ນມາໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ, ຜູ້ປະສົບເຄາະຮ້າຍຈາກລູກລະເບີດທີ່ຍັງບໍ່ທັນແຕກ ແລະ ເຊີດຊູນັກຮົບເຈືອງເຊີນໃນເມືອກ່ອນ. 
ລາຍ​ການ​ສະ​ແດງ​ສິ​ລະ​ປະ “ລະ​ດູ​ບານ​ໃໝ່​ແຫ່ງ​ຄວາມ​ຫວັງ” - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງກ່ວາຄຳເຫັນທີ່ລາຍການ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມ ຢູ່ ຫວຽດນາມ, ກອງທຶນສັນຕິພາບ ຫວຽດນາມ, ສະມາຄົມໜູນຊ່ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງບໍ່ທັນແຕກຫວຽດນາມ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ແລະ ບາງຫົວໜ່ວຍໄດ້ພ້ອມກັນຈັດລາຍການສະແດງສິລະປະ “ລະດູບານໃໝ່ແຫ່ງຄວາມຫວັງ” ປີ 2021.

        ດ້ວຍຫົວຂໍ້ “ເສັ້ນທາງທີ່ພວກເຮົາເດີນໄປ”, ບັນດາລາຍການສະແດງສິລະປະໄດ້ສະແດງໃຫ້ເຫັນເສັ້ນທາງການປະຕິວັດຂອງທົ່ວຊົນຊາດຫວຽດນາມ. ນີ້ແມ່ນຄັ້ງທີ 2 ທີ່ລາຍການ “ລະດູບານໃໝ່ແຫ່ງຄວາມຫວັງ” ໄດ້ຈັດຂຶ້ນ ດ້ວຍຄວາມປາດຖະໜາຢາກນຳຄວາມເບີກບານມ່ວນຊື່ນມາໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ, ຜູ້ປະສົບເຄາະຮ້າຍຈາກລູກລະເບີດທີ່ຍັງບໍ່ທັນແຕກ ແລະ ເຊີດຊູນັກຮົບເຈືອງເຊີນໃນເມືອກ່ອນ. ກ່າວຄຳເຫັນທີ່ລາຍການ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານເນັ້ນໜັກວ່າ:

        ພາຍຫຼັງ ທ້ອນໂຮມປະເທດຊາດເປັນເອກະພາບ, ພັກ ແລະ ລັດມີຄວາມເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງບໍ່ທັນແຕກ, ທາດພິດເຄມີ ທີ່ຍັງຄົງຂ້າງພາຍຫຼັງສົງຄາມ. ລັດຖະບານ ກຳນົດວ່າ ວຽກງານການແກ້ໄຂນີ້ ແມ່ນໜ້າທີ່ຮີບດ່ວນ, ເປັນປະຈຳ, ຍາວນານ ແລະ ຕ້ອງໄດ້ຮັບການຊີ້ນຳຢ່າງເຂັ້ມງວດ. ລັດຖະບານ, ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນໄດ້ເຂົ້າຮ່ວມຢ່າງແຮງ. ເຖິງວ່າ ເງື່ອນໄຂເສດຖະກິດຍັງມີຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ທຸກປີ ລັດໄດ້ລົງທຶນນັບຕື້ດົ່ງໃຫ້ແກ່ວຽກງານນີ້, ພ້ອມທັງຕັ້ງໜ້າຮຽກຮ້ອງ, ລະດົມການຮ່ວມແຮງຮ່ວມໃຈຂອງປະຊາຄົມທັງຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ