ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ຫວຽດ​ນາມ - ປະ​ເທ​ດ​ຊາດ​ໃນ​ຫົວ​ໃຈ​ຂອງ​ຂ້ອຍ”

(VOVWORLD) - ຕອນຄ່ຳວັນທີ 17 ສິງຫາ, ຢູ່ຖະໜົນຍ່າງ ຫງວຽນເຫ້ວ (ເມືອງ 1), ນະຄອນ ໂຮ່ຈີມິນ ຫວຽດນາມ, ພະແນກວັດທະນະທຳ, ກິລາ ໄດ້ສົມທົບກັບຕຳຫຼວດນະຄອນ ໂຮ່ຈີມິນ  ໄດ້ຈັດລາຍການສິລະປະ ດ້ວຍຫົວຂໍ້ “ຫວຽດນາມ - ປະເທດຊາດໃນຫົວໃຈຂອງຂ້ອຍ”. 
ລ​າຍ​ການ​ສະ​ແດງ​ສິ​ລະ​ປະ “ຫວຽດ​ນາມ - ປະ​ເທ​ດ​ຊາດ​ໃນ​ຫົວ​ໃຈ​ຂອງ​ຂ້ອຍ” - ảnh 1ລາຍການສິລະປະ ດ້ວຍຫົວຂໍ້ “ຫວຽດນາມ - ປະເທດຊາດໃນຫົວໃຈຂອງຂ້ອຍ” (ພາບ: TTXVN)

ນີ້ແມ່ນເຫດການສະເຫຼີມສະຫຼອງ 55 ປີແຫ່ງການປະຕິບັດພິໄນກຳຂອງທ່ານປະທານ ໂຮ່ຈີມິນ (10/5/1969 - 10/5/2024), 79 ປີ ແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ (19/8/1945 - 19/8/2024), 79 ປີວັນມູນເຊື້ອຕຳຫຼວດປະຊາຊົນ ຫວຽດນາມ (19/8/1945 - 19/8/2024)  ແລະ 19 ປີແຫ່ງວັນທົ່ວປວງຊົນປ້ອງກັນຄວາມສະຫງົບຂອງປະເທດຊາດ  (19/8/2005 -19/8/2024).ລາຍການສະແດງສິລະປະ ໄດ້ຢັ້ງຢືນວ່າ ຄຳພິໄນກຳຂອງປະທານ ໂຮ່ຈີມິນ ແມ່ນລວມຍອດແນວຄິດ, ຄຸນສົມບັດ ແລະ ນ້ຳໃຈອັນສູງສົ່ງຂອງນັກຮົບວິລະຊົນປົດປ່ອຍຊາດ - ຜູ້ກໍ່ຕັ້ງ, ຈັດຕັ້ງ, ສຶກສາ ແລະ ຫຼໍ່ຫຼອມກຳລັງຕຳຫຼວດປະຊາຊົນ. ຜ່ານບັນດາລາຍການສະແດງສິລະປະ, ບັນດາຜູ້ແທນ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ພ້ອມກັນຫວນຄືນມູນເຊື້ອ 79 ປີແຫ່ງວັນສ້າງຕັ້ງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກຳລັງຕຳຫຼວດປະຊາຊົນ ຫວຽດນາມ ແລະ ໝາກຜົນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ ຂອງກຳລັງຕຳຫຼວດປະຊາຊົນບັນລຸໃນ 55 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ