ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຫວຽດ​ນາມ ອົງ​ອາດ​ກ້າ​ແກ່ນ” - ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ປະ​ຊາ​ຊົນ ​ຫວຽດ​ນາມ ທີ່​​ຖືກຜົນ​ສະ​ທ້ອນ​ຈາກ​ພາ​ຍຸ Yagi

(VOVWORLD) - ລາຍການສະແດງສິລະປະ “ຮ່ວມແຮງຮ່ວມໃຈເພື່ອປະຊາຊົນຢູ່ເຂດ ພາຍຸ ນ້ຳຖ້ວມ” ໄດ້ດຳເນີນໃນຕອນຄ່ຳວັນທີ 17 ກັນຍາ ຢູ່ ສູນສິລະປະ ເອົາເກີ ທີ່ ຮ່າໂນ້ຍ. ລາຍການດັ່ງກ່າວ ໂດຍໂທລະພາບດິຈີຕອນ VTC, ບໍລິສັດຫຸ້ນສ່ວນໂຄສະນາເຜີຍແຜ່ Oscar Media ແລະ ຫນັງສືພິມ ຮ່າໂນ້ຍ ເຫມີຍ( ຮ່າໂນ້ຍໃຫມ່) ຈັດຕັ້ງຂຶ້ນ.

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຫວຽດ​ນາມ ອົງ​ອາດ​ກ້າ​ແກ່ນ” - ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ປະ​ຊາ​ຊົນ ​ຫວຽດ​ນາມ ທີ່​​ຖືກຜົນ​ສະ​ທ້ອນ​ຈາກ​ພາ​ຍຸ Yagi - ảnh 1ລາຍການ “ຫວຽດນາມ ອົງອາດກ້າແກ່ນ” ຮ່ວມແຮງຮ່ວມໃຈເພື່ອປະຊາຊົນ ຫວຽດນາມ ທີ່ຖືກຜົນສະທ້ອນຈາກພາຍຸ Yagi (ພາບ: ຄະນະຈັດຕັ້ງ)

ດ້ວຍຫົວຂໍ້ “ຫວຽດນາມ ອົງອາດກ້າແກ່ນ”, ລາຍການຢາກແບ່ງປັນກັບປະຊາຊົນທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນພາຍຸ Yagi ແລະ ລະດົມບັນດາຜູ້ໃຈບຸນໃຈກຸສົນຊື່ງແມ່ນລູກຫຼານດິນແດນ ຫວຽດນາມ ພ້ອມກັນຫນູນຊ່ວຍປະຊາຊົນແກ້ໄຂຜົນຕາມມາຈາກພາຍຸນ້ຳຖ້ວມ. ນັກຂ່າວ ຫງວຽນວັນບິ່ງ, ຮອງຜູ້ອຳນວຍການ ໂທລະພາບ ດິຈີຕອນ VTC ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ສ້າງລາຍການທີ່ມີປັດໄຈສິລະປະກວ່າ, ມີຂອບຂະຫນາດໃຫຍ່ກວ່າ, ຮູບການໃຫຍ່ກວ່າ, ສ້າງຄວາມຮູ້ສຶກພິເສດ, ຄວາມເອົາໃຈໃສ່ຂອງ ຊາວຫວຽດນາມຢູ່ ພາຍໃນ ແລະຕ່າງປະເທດ ທີ່ມີຕໍ່ ປະຊາຊົນທີ່ຖືກຜົນສະທ້ອນຈາກພາຍຸ Yagi. ດ້ວຍການສະຫນັບສະຫນູນ ດ້ານວັດຖຸ, ພວກຂ້າພະເຈົ້າສົ່ງເຖິງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສົ່ງເຖິງບັນດາທ້ອງຖິ່ນເພື່ອຫນູນຊ່ວຍໃຫ້ແກ່ຜູ້ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນກະທົບຢ່າງຫນັກຈາກພາຍຸ”

  ລາຍການ ຈະໄດ້ຖ່າຍທອດສົດທາງໂທລະພາບຜ່ານຊ່ອງ VOVTV, VTC1, VTC3; ຜ່ານສື່ເອເລັກໂຕນິກ VTC Now, VTC News, ຮ່າໂນ້ຍໃຫມ່ ແລະ ຊ່ອງ YouTube ຄວາມເອກອ້າງທະນົງໃຈ ຫວຽດນາມ ແລະ ກວ່າ 30 ວິທະຍຸໂທລະພາບໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ