ລາຍການສະແດງສິລະປະ “ຮັກສາຄວາມໄວ້ເນື້ອເຊື່ອໃຈ”ແລະສະຫຼຸບການເສັງ “ຊອກຮູ້ 90 ປີແຫ່ງວັນມູນເຊື້ອຂະແໜງໂຄສະນາສຶກສາຂອງພັກ”

(VOVWORLD) -ການເສັງດັ່ງກ່າວແມ່ນເພື່ອແນໃສ່ປະກອບສ່ວນໂຄສະນາ, ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ ຢ່າງເລິກເຊິ່ງກວ້າງຂວາງໃນສັງຄົມ

ລາຍການສະແດງສິລະປະ “ຮັກສາຄວາມໄວ້ເນື້ອເຊື່ອໃຈ”ແລະສະຫຼຸບການເສັງ “ຊອກຮູ້ 90 ປີແຫ່ງວັນມູນເຊື້ອຂະແໜງໂຄສະນາສຶກສາຂອງພັກ” - ảnh 1 ລາຍການສະແດງສິລະປະ “ຮັກສາຄວາມໄວ້ເນື້ອເຊື່ອໃຈ”

(ພາບ: baovanhoa.vn)

ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ໄດ້ຈັດລາຍການສະແດງສິລະປະ “ຮັກສາຄວາມໄວ້ເນື້ອເຊື່ອໃຈ” ແລະ ສະຫຼຸບການເສັງ “ຊອກຮູ້ 90 ປີແຫ່ງວັນມູນເຊື້ອຂະແໜງໂຄສະນາສຶກສາຂອງພັກ” (01 ສິງຫາ 1930 – 01 ສິງຫາ 2020). ການເສັງດັ່ງກ່າວແມ່ນເພື່ອແນໃສ່ປະກອບສ່ວນໂຄສະນາ, ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ ຢ່າງເລິກເຊິ່ງກວ້າງຂວາງໃນສັງຄົມ; ພ້ອມກັນນັ້ນກໍ່ປະກອບສ່ວນຕໍ່ສູ້, ປະຕິເສດບັນດາທັດສະນະທີ່ຜິດພາດ ແລະ ເປັນປໍລະປັກ, ເພື່ອແນໃສ່ປົກປ້ອງພື້ນຖານແນວຄິດຂອງພັກກອມມູນິດຫວຽດນາມ. ການເສັງໄດ້ເລີ່ມຈັດໃນວັນທີ 23 ມີນາ 2020 ແລະ ສິ້ນສຸດລົງໃນວັນທີ 13 ກໍລະກົດ, ດ້ວຍຜູ້ເຂົ້າຮ່ວມກວ່າ 6,2 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ