ລາຍການສະແດງສິລະປະຂຳ່ນັບຮັບຕ້ອນວັນເລືອກຕັ້ງສສຊ

ລາຍການສະແດງສິລະປະຂຳ່ນັບຮັບຕ້ອນວັນເລືອກຕັ້ງສສຊ - ảnh 1
ພາບປະກອບ

(vovworld) –  “ວັນ​ບຸນຂອງ​ຊາດ” ​ແມ່ນ​ຫົວ​ຂໍ້​ຂອງ​ລາຍການ​ສະ​ແດງ​ສິລະ​ປະ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 21/5 ຢູ່​ສະໜາມ​ຫຼວງ​ການ​ປະຕິວັດ​ເດືອນ​ສິງ​ຫາ, ຮ່າ​ໂນ້ຍ, ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ວັນ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸ​ດທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກຂັ້ນ​ຕ່າງໆ​ອາຍຸ​ການ 2016 – 2021. ລາຍການ​​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຈັດ​ຕັ້ງ, ຄາດ​ວ່າ​ຈະ​ມີ​ນັກ​ສິລະ​ປິນ 200 ຄົນ​ເຂົ້າ​ຮ່ວມ​ລາຍການ. ລາຍການ​ນີ້​ໄດ້​ປະກອບສ່ວນ​ລະດົມ​ກຳລ​ັງ​ໃຈຜູ້​ມີ​ສິດ​ເລືອກຕັ້ງ​ໃນ​ທົ່ວ​ປະ​ເທດ, ​ເສີມ​ຂະຫຍາຍ​ສິດ ​ແລະ ໜ້າ​ທີ່​ຂອງ​ພົນລະ​ເມືອງ, ​ເລືອກ​ເຟັ້ນບັນດາ​ຜູ້​​ດີ​ເດັ່ນທີ່​ຕາງໜ້າ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ອົງການ​ມີ​ສິ​ດ​ອຳນາດ​ຂອງ​ລັດ​ຢູ່​ທັງ​ຂັ້ນ​ສູງ​ກາງ, ທ້ອງ​ຖິ່ນ… ລາຍການ​​ໄດ້​​ເຕົ້າ​ໂຮມ​ບັນດາ​ບົດ​ປະພັນ​ສິລະປະ​ຂຽນ​ກ່ຽວ​ກັບສະພາ​ແຫ່ງ​ຊາດ ​ແລະ ການ​ເລືອກ​ຕັ້ງ​ ສສຊ, ສະມາຊິກ​ສະພາ​ປະຊາ​ຊົນ​ທຸກ​ຂັ້ນ ພ້ອມ​ກັບ​ບັນດາ​ບົດ​ປະພັນ​ສິລະ​ປະ​ກ່ຽວ​ກັບ​ພັກ ​ແລະ ປະທານ ​ໂຮ່ຈີ​ມິນ ​ແລະ ບັນດາບົດ​ປະພັນ​ໃໝ່​ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ຮັກ​ຕໍ່ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ