ລາຍການສະແດງສິລະປະພິເສດ ” ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ”

(VOVWORLD) -ຕອນຄ່ຳວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ “ ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ”
ລາຍການສະແດງສິລະປະພິເສດ ” ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ” - ảnh 1

ລາຍການສະແດງສິລະປະພິເສດ “ ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ”

ສະເຫຼີມສະຫຼອງ 74 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ; ສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ; ຂ່ຳນັບຮັບຕ້ອນວັນບຸນວູລານ ຕອບແທນບູນຄຸນຕໍ່ພໍ່ແມ່, ປູ່ຍ່າຕາຍາຍ ພ.ສ 2563, ຕອນຄ່ຳວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ “ ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ”

   ລາຍການໂດຍແມ່ນສະມາຄົມພຸດທະສາສະໜາຫວຽດນາມສົມທົບກັບວິທະຍຸກະຈາຍສຽງຫວຽດນາມ ດ້ວຍຄວາມຫວັງນຳສິ່ງທີ່ຍອດຍິ່ງຂອງສາສະໜາພຸດ, ຄຸ່ນຄາທາງດ້ານຄຸນສົມບັດທີ່ເປັນມູນເຊື້ອ, ບັນດາສານທີ່ມີລັກສະນະວັດທະນະທຳມະນຸດ ແລະ ມີຄວາມໝາຍເຂົ້າໃນຊີວິດປະຈຳວັນດ້ວຍສິລະປະ ແລະ ດົນຕີ.

    ພະອາຈານໃຫຍ່ ທິກຖ້ຽນເຕີມ, ຮອງຫົວໜ້າສະຖາບັນຄົ້ນຄ້ວາພຸດທະວິທະຍາ, ສະມາຊິກໃນຄະນະຈັດຕັ້ງໃຫ້ຮູ້ວ່າ :

   “ ລາຍການຢາກຝາກຝັງເຖິງໄວໜຸ່ມຄວນດຳລົງຊີວິດດ້ວຍຫຼັກສິນທຳ, ຕ້ອງຄຳນຶງເຖິງຄຸນງາມຄວາມດີໃນການໃຫ້ກຳເນີດ ແລະ ລ້ຽງດູສຶກສາຂອງພໍ່ແມ່, ເພາະວ່າ ທຸກຄົນ ຕ່າງກໍມີພໍ່ມີແມ່. ເຖິງວ່າ ຊີວິດຈະຍືນຍາວ ຫຼື ສັ້ນຕໍ່ຕາມ, ແຕ່ກໍລ້ວນແຕ່ໄດ້ຮັບຄວາມດູແລ ຮັກແພງ ຖະໜຸຖະໜອມຈາກພໍ່ແມ່. ເນື່ອງໃນວັນບຸນ ວູລານ, ທຸກໆຄົນຕ້ອງເຄົາລົບນັບຖື, ຮູ້ບູນຄຸນຕໍ່ພໍ່ແມ່ ຊຶ່ງໄດ້ລ້ຽງດູສຶກສາໃຫ້ເຮົາກາຍເປັນຜູ້ເຕີບໃຫຍ່ໃນສັງຄົມ ”

ຕອບກັບ

ຂ່າວ/ບົດ​ອື່ນ