ລາຍ​ກ​ານ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ຄ່ຳຄືນ​ແຫ່ງ​ຄວາມ​ສາ​ມັກ​ຄີ”

(VOVWORLD) - ການຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ບັນດາເຂດຊຸມຊົນ ໃນຊຸມປີຜ່ານມາ ກາຍເປັນຈຸດຄວາມງາມທີ່ເປັນມູນເຊື້ອ, ເພື່ອແນໃສ່ລະດົມກຳລັງໃຈປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮ່ວມແຮງຮ່ວມໃຈເສີມຂະຫຍາຍກຳລັງແຮງພາຍໃນໂດຍໄວ
ລາຍ​ກ​ານ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ຄ່ຳຄືນ​ແຫ່ງ​ຄວາມ​ສາ​ມັກ​ຄີ” - ảnh 1ລາຍການສະແດງສິລະປະພິເສດ “ຄ່ຳຄືນແຫ່ງຄວາມສາມັກຄີ” (ພາບ: TTXVN)

ຕອນຄ່ຳ ວັນທີ 11 ພະຈິກ, ຢູ່ສະໜາມຫຼວງ ໂຮ່ຈີມິນ, ນະຄອນວິງ, ເງະອານ ໄດ້ດຳເນີນລາຍການສະແດງສິລະປະພິເສດ “ຄ່ຳຄືນແຫ່ງຄວາມສາມັກຄີ”. ນີ້ແມ່ນເຫດການມຸ່ງໄປເຖິງການສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ (18/11/1930 - 18/11/2023), ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ (2003 - 2023), ຂ່ຳນັບຊົມເຊີຍ ກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ອາຍຸການ 2024 – 2029.

ກ່າວຄຳເຫັນໄຂລາຍການ, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ເງະອານ ຫວໍທິມິງຊີງ, ຫົວໜ້າຄະນະຈັດຕັ້ງລາຍການ “ຄ່ຳຄືນແຫ່ງຄວາມສາມັກຄີ” ແຂວງ ເງະອານປີ 2023 ໄດ້ເນັ້ນໜັກວ່າ ການຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ບັນດາເຂດຊຸມຊົນ ໃນຊຸມປີຜ່ານມາ ກາຍເປັນຈຸດຄວາມງາມທີ່ເປັນມູນເຊື້ອ, ເພື່ອແນໃສ່ລະດົມກຳລັງໃຈປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮ່ວມແຮງຮ່ວມໃຈເສີມຂະຫຍາຍກຳລັງແຮງພາຍໃນໂດຍໄວ ເພື່ອໃຫ້ຊາດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດການກໍ່ສ້າງ, ພັດທະນາ, ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ