ລາຍການສະແດງສິລະປະພິເສດ “ຄຳສາບານເອກະລາດ”

(VOVWORLD) -ຕອນຄ່ຳວັນທີ  2 ກັນຍາ ຄະນະໂຄສະນາສຶກສາສູນກາງ ໄດ້ສົມທົບກັບສະຖານີ ໂທລະພາບຫວຽດນາມ ຈັດຕັ້ງລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ວ່າ “ ຄຳສາບານເອກະລາດ”. 
ລາຍການສະແດງສິລະປະພິເສດ “ຄຳສາບານເອກະລາດ” - ảnh 1

ລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ວ່າ “ ຄຳສາບານເອກະລາດ” (ພາບ:TTXVN)

ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ຫວຽດນາມ (2 ກັນຍາປີ 1945 – 2 ກັນຍາປີ 2020). ຕອນຄ່ຳວັນທີ  2 ກັນຍາ ຄະນະໂຄສະນາສຶກສາສູນກາງ ໄດ້ສົມທົບກັບສະຖານີ ໂທລະພາບຫວຽດນາມ ຈັດຕັ້ງລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ວ່າ “ຄຳສາບານເອກະລາດ”. ລາຍການນີ້ແມ່ນເວົ້າເຖິງຄວາມມຸ່ງມາດປາດຖະຫນາຢາກມີເອກະລາດຂອງຊາດຫວຽດນາມ  ໂດຍໄດ້ສະແດງອອກຜ່ານ 3 ໄລຍະປະຫວັດສາດຫວຽດນາມ.

ດ້ວຍບັນດາການສະແດງສິລະປະ, ຟິມເອກະສານ, ລາຍການໄດ້ວາດພາບເຖິງຮູບອ້າຍບ່າວ ຫງວຽນເຕິດແທ່ງ (ໝາຍເຖິງປະທານໂຮ່ຈີມິນ) ໄດ້ອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດ. ພາຍໃຕ້ການຊີ້ນຳນຳພາຂອງພັກ, ຂອງປະທານໂຮ່ຈີມິນ, ຈິດໃຈຮັກຊາດ ແລະ ຄວາມຄາດຫວັງຢາກມີເອກະລາດອັນແຮງກ້າໃນຊາວຫວຽດນາມ ແຕ່ລະຄົນ ໂດຍໄດ້ເຕົ້າໂຮມເປັນກະແສຟອງໃຫຍ່ ເພື່ອພາໄປເຖິງໄຊຊະນະການປະຕິວັດໃນຊຸມມື້ລະດູໃບໄມ້ຫລົ່ນປະຫວັດສາດປີ 1945  . ບັນດາຄວາມຊົງຈຳຂອງບັນດາຕົວພະຍານປະຫວັດສາດ ມາຈາກແຂວງ ກາວບັ່ງ, ຕວຽນກວາງ, ຮ່າໂນ້ຍ ແລະ ຊຸມມື້ປະຕິວັດດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ ເປັນຕົ້ນແມ່ນຈຸດເວລາອັນສັກກະລະບູຊາ ເມື່ອທ່ານປະທານໂຮ່ຈີມິນ ອ່ານບົດຖະແຫລງປະກາດເອກະລາດ. ປະຫວັດສາດທີ່ວາດພາບຜ່ານການສະແດງສິລະປະ ໄດ້ເຮັດໃຫ້ຊາວຫວຽດນາມ ທຸກຄົນ ມີຄວາມເອກອ້າງທະນົງໃຈ ແລະ ເຫັນໄດ້ ຄຸນຄ່າຂອງ “ເອກະລາດ ເສລີພາບ, ຄວາມຜາສຸກ”.

ຕອບກັບ

ຂ່າວ/ບົດ​ອື່ນ