ລາຍການສະແດງສິລະປະພິເສດຂ່ຳຂັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ລາຍການສະແດງສິລະປະພິເສດລວມມີບັນດາບົດເພງທີ່ເປັນມູນເຊື້ອຍ້ອງຍໍຊົມເຊີຍພັກກອມມູນິດຫວຽດນາມ, ປະທານໂຮ່ຈີມິນ ແລະ ປະເທດຊາດ, ເຂັ້ມຂຸ້ນໄປດ້ວຍສີສັນເຂດພາກໃນທົ່ວປະເທດຫວຽດນາມ
ລາຍການສະແດງສິລະປະພິເສດຂ່ຳຂັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1(ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຝ້າມມິງຈິ໊ງ)

ລາຍການສະແດງສິລະປະພິເສດ “ຄວາມຄາດຫວັງ-ແຜ່ຂະຫຍາຍ” ຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຖືກດຳເນີນໃນຕອນຄ່ຳວັນທີ 02 ກຸມພາ, ຢູ່ສະໜາມກິລາແຫ່ງຊາດ ມີ້ດິ່ງ, ນະຄອນຫຼວງຮ່າໂນ້ຍ.

        ລາຍການສະແດງສິລະປະພິເສດລວມມີບັນດາບົດເພງທີ່ເປັນມູນເຊື້ອຍ້ອງຍໍຊົມເຊີຍພັກກອມມູນິດຫວຽດນາມ, ປະທານໂຮ່ຈີມິນ ແລະ ປະເທດຊາດ, ເຂັ້ມຂຸ້ນໄປດ້ວຍສີສັນເຂດພາກໃນທົ່ວປະເທດຫວຽດນາມ, ຍົກສູງນ້ຳໃຈຄວາມສາມັກຄີ, ເປັນເອກະພາບຂອງບັນດາເຜົ່າພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ… ກ່າວຄຳເຫັນທີ່ລາຍການ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຝ້າມມິງຈິ໊ງ, ຊີ້ແຈ້ງວ່າ.

        “ນຳມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ; ສູ້ຊົນນຳຫວຽດນາມ ໃຫ້ກາຍເປັນປະເທດພັດທະນາຕາມກຳນົດທິດສັງຄົມນິຍົມໂດຍໄວ. ໜ້າທີ່ຈຸດສຸມໃນຕໍ່ໜ້າຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນຈຸດເວລານີ້ແມ່ນ ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ທັງຍູ້ແຮງການຜະລິດ, ວຽກງານພັດທະນາເສດຖະກິດສັງຄົມປີ 2021 ນັບແຕ່ຊຸມເດືອນຕົ້ນປີ”.

ຕອບກັບ

ຂ່າວ/ບົດ​ອື່ນ