ລາຍການສະແດງສິລະປະ“ມຸ່ງໄປເຖິງເຂດຊາຍແດນ,ທະເລ,ໝູ່ເກາະຂອງປະເທດຊາດ”

ລາຍການສະແດງສິລະປະ“ມຸ່ງໄປເຖິງເຂດຊາຍແດນ,ທະເລ,ໝູ່ເກາະຂອງປະເທດຊາດ” - ảnh 1
ລາຍການສະແດງສິລະປະ “ມຸ່ງໄປເຖິງເຂດຊາຍແດນ,
ທະເລ, ໝູ່ເກາະຂອງປະເທດຊາດ”
(ພາບ: Enternews.vn)


(vovworld) – ລາຍການສະ​ແດງ​ສິລະ​ປະ“ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ,ທະ​ເລ,ໝູ່​ເກາະ​ຂອງ​ປະ​ເທດ​ຊາດ” ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 04/10, ຢູ່​ນະຄອນ​ໂຮ່ຈິ​ມິນ, ນີ້​ແມ່​ນໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ຮຽກຮ້ອງ​ປະ​ຊາຄົມ​ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ ​ແລະ ທະ​ເລ, ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ. ນອກຈາກ​ບັນດາ​ບົດ​ເພງ​ກ່ຽວ​ກັບ​ເຂດ​ຊາຍ​ແດນ, ແລະ ທະ​ເລ, ໝູ່​ເກາະ ​ແລ້ວ, ລາຍການສະ​ແດງສິລະ​ປະ​ຍັງ​​ໄດ້​ແນະນຳ​ບັນດາ​ການ​ເຄື່ອນ​ໄຫວ​ແຫ່ງ​ສາຍ​ຈິດ​ສາຍ​ໃຈຂອງ​ປະຊາຊົນ​ເຂດ​ຊາຍ​​ແດນ ແລະ ທະ​ເລ, ໝູ່​ເກາະອີ​ກ​ດ້ວຍ. ພົນ​ເຮືອ​ໂທ ດັ້ງ​ມິ​ງຫາຍ, ຮອງກຳ​ມະ​ການ​ການ​ເມືອງເຫຼົົ່າທັບ​ເຮືອ, ​ໃຫ້​ຮູ້​ວ່າ.

        “ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​​ແດນ ແລະ ທະ​ເລ, ໝູ່​ເກາະ ​​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ສາຍ​ຈິດ​ສາຍ​ໃຈຂອງ​ອົງຄະ​ນະ​ພັກ, ອຳນາ​ດການ​ປົກຄອງ ​ແລະ ປະຊາຊົນ​ນະຄ​ອນ ມຸ່ງ​ໄປ​​ເຖິງ​ເຂດ​ທະ​ເລ, ໝູ່​ເກາະ. ບັນດາ​ການ​ເຄື່ອນ​ໄຫວ​​ເຫຼົ່ານັ້ນ ​ໄດ້​ກະຕຸກ​ຊຸກ​ຍູ້​ໃຫ້​ພະນັກງານ, ນັກຮົບ​​ເຫຼົ່າ​ທັບ​ເຮືອ ກໍ​ຄື​ບັນດາ​ກຳລັງ​ທາງ​ທະ​ເລ ມີ​ຄວາມ​ເອກ​​ອ້າງ​ທະນົງ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ, ຕັດສິນ​ໃຈ​ຕໍ່ສູ້​ເພື່ອ​​ໃຫ້ສົມ​ກັບເປັນ​ກຳລັງ​ຫຼັກ​ແຫຼ່ງ​ເພື່ອ​ປົກ​ປັກ​ຮັກສາ​ທະ​ເລ, ໝູ່​ເກາະ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ. ”

ຂ່າວ/ບົດ​ອື່ນ