ລາຍການສະແດງສິລະປະລະດັບຊາດ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລຂອງບ້ານເກີດເມືອງນອນ”

(VOVWORLD) - ລາຍການ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລຂອງບ້ານເກີດເມືອງນອນ” ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດ ທະເລດ້ວຍຄວາມຄາດຫວັງຢາກຟິຊິດທະເລ
ລາຍການສະແດງສິລະປະລະດັບຊາດ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລຂອງບ້ານເກີດເມືອງນອນ” - ảnh 1ພາບປະກອບ

ວັນທີ 12 ສິງຫາ ຈະມາເຖິງ, ຢູ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ, ຈະຈັດລາຍການສະແດງສິລະປະລະດັບຊາດທີ່ມີຊື່ວ່າ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລຂອງບ້ານເກີດເມືອງນອນ”.

        ລາຍການໂດຍຄະນະໂຄສະນາສຶກສາສູນກາງພັກ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ຄະນະກຳມະການປະຊາຊົນ ແຂວງ ແຄ໋ງຮ່ວາ ສົມທົບກັນຈັດຕັ້ງຂຶ້ນ. ລາຍການໄດ້ສະແດງດ້ວຍຮູບແບບພົບປະແລກປ່ຽນຄຳເຫັນ, ສົມທົບກັບການແລກປ່ຽນຄຳເຫັນກັບແຂກຖືກເຊີນດ້ວຍບົດສາລະຄະດີທີ່ຂະຫຍັນຂັນເຄື່ອນ. ໝັ້ນໝາຍວ່າລາຍການນຳມາເຊິ່ງສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ.

        ລາຍການ “ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລຂອງບ້ານເກີດເມືອງນອນ” ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດ ທະເລດ້ວຍຄວາມຄາດຫວັງຢາກຟິຊິດທະເລ, ສ້າງຄວາມວັດທະນາຖາວອນຈາກທະເລ ແລະ ຮັກສາສັນຕິພາບບົນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ