ລາຍການສະແດງສິລະປະສະເຫຼີມສະຫຼອງ60ປີແຫ່ງໄຊຊະນະດ້ຽນບຽນຝູ


ລາຍການສະແດງສິລະປະສະເຫຼີມສະຫຼອງ60ປີແຫ່ງໄຊຊະນະດ້ຽນບຽນຝູ  - ảnh 1
ຂະບວນລົດຂົນສົ່ງເຂົ້າສານ, ທັນຍາຫານເຖິງ ສະໜາມຮົບ ດ້ຽນບຽນຝູ
(ພາບປະກອບຈາກ TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 22/4, ຢູ່​ແຂວງ ດ້ຽນບຽນ, ກົມ​ໃຫຍ່​ການ​ເມືອງກອງທັບ​ປະຊາຊົນ ຫວຽດນາມ, ກະຊວງ​ປ້ອງ​ກັນ​ປະ​ເທດ​ສົມທົບ​ກັບ​ສຳນັກງານ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວແຂວງ ດ້ຽນບຽນ ຈັດຕັ້ງລາຍການສະ​ແດງ​ສິລະ​ປະ​. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນອນ​ໃນ​ຂອບ​ເຂດ​ບັນດາ​ເຫດການ​ມຸ່ງ​ໄປ​ເຖີງການສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​​ໄຊຊະນະ ດ້ຽນບຽນຝູ(7/5/1954 – 7/5/2014). ບັນດາ​ນັກ​ສິລະ​ປິນສະ​ແດງ​ບັນດາລາຍການສິລະ​ປະ​ທີ່​ມີ​ສີສັນ​ພິ​ເສດ​ຄື: ຕິ່ງ​ກາ, ຕິ່ງ​ກາ ​ໄຕ​ບັກ, ​ເມົ່າ​ຮວາ​ດໍ້, ຍາກຣຶ່ງ, ​ເວັດ​ເຈີ​ນຈ່ອນ​ເຈນກາດ….ລາຍການ​ໄດ້ວາດ​ພາບ​ເຖີງໄລຍະ​ປະຫວັດສາດ​ທີ່​ພິລະ​ອາດ​ຫານ​ຂອງ​ປະ​ເທ​ດຊາດ, ພ້ອມ​ທັງ​ແມ່ນ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຂອງ​ບັນດາ​ນັກ​ສິລະ​ປິນທີ​ມີຕໍ່​ທ່ານປະທານ ​ໂຮ່ຈີ໋ມິນ,  ພົນ​ເອກ ຫວໍ້​ງວຽນຢາ​ບ ​ແລະ ບັນດານັກຮົບ​​ວິລະ​ຊົນເສຍ​ສະຫຼະຊີວິດ​ເພື່ອ​ຊາດ ​ແລະ ບັນດາ​​ນັກຮົບ​ເກົ່າ​ຜູ້​ເຂົ້າຮ່ວມ​ບັ້ນ​ຮົບ ດ້ຽນບຽນຝູ.


ຂ່າວ/ບົດ​ອື່ນ