ລາຍການສະແດງສິລະປະອາຊຽນ - ສ.ເກົາຫຼີ

ລາຍການສະແດງສິລະປະອາຊຽນ - ສ.ເກົາຫຼີ - ảnh 1
ລາຍການ​ສະ​ແດງ​ສິ​ລະ​ປະຫວຽດນາມ - ອາຊຽນ
(ພາບປະກອບ: tuoitre.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 23/06, ລາຍການສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ “​ສິ​ລະ​ປະອາຊຽນ - ສ.​ເກົາຫຼີ” ຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນ​ໂຮ້ຍອານ, ​ແຂວງ​ກວາງ​ນາມ. ນີ້​ແມ່ນ​ເຫດກາ​ນຊຶ່ງ​ນອນ​ໃນ​ການ​ເຄື່ອນ​ໄຫວຂອງ Festival ກວາງ​ນາມ ຄັ້ງ​ທີ 5 ປີ 2013. 18 ລາຍການ​ຟ້ອນລຳ​ທຳ​ເພງ​ທີ່​ເປັນ​ມູນ​ເຊື້ອຈາກ 9 ກອງ​ສິລະ​ປະທີ່​ມາ​ຈາກ​ບັນດາ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ ​ເຊິ່ງລວມມື: ​ໄທ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ຟີ​ນ, ມາ​ເລ​ເຊຍ, ສິງກະ​ໂປ, ກຳປູ​ເຈຍ, ​ລາວ, ມຽນມາ ​ແລະ ສ.​ເກົາຫຼີ. ບັນດາ​ລາຍການສະ​ແດງ​ສິລະ​ປະ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ ​ໄດ້​ນຳ​ມາ​ໃຫ້ Festival ກວາງ​ນາມ, ວັດທະນະທຳ​ດ້ວຍສີສັນຫຼາຍຢ່າງ, ​ເຊິ່ງ​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ທີ່​ມີ​ຕໍ່ບ້າ​ນ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຄວາມ​ສາມັກຄີ​ລະຫວ່າງປະ​ເທດ, ຊົນ​ຊາດຕ່າງໆ, ຄວາມ​ຮັກລະຫວ່າງ​ມະ​ນຸດ​ເຊິ່ງກັນ​ແລ​ະກັນ.
ຂ່າວ/ບົດ​ອື່ນ