ລາຍການ“ຫົວໃຈທະເລໝູ່ເກາະ”

ລາຍການ“ຫົວໃຈທະເລໝູ່ເກາະ” - ảnh 1
ບັນດາຜູ້ແທນພົບປະແລກປ່ຽນກັບຊາວປະມົງ
(ພາບ: Lâm Khánh/TTXVN)

(vovworld) – ລາຍການ “ຫົວ​ໃຈ​ທະ​ເລ​ໝູ່​ເກາະ” ​ໂດ​ຍສະມາຄົມ​ນັກ​ຂ່າວ ຫວຽດນາມ ຈ​ັດຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 10/3, ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມີ​ງ, ຜູ້ຕາງໜ້າ​ບັນດາ​ກະຊວງ​, ຄະນະ, ຂະ​ແໜງ​ການ, ພ້ອມ​ກັບ​ວິ​ສາ​ຫະກິດ, ​ອົງການຈັດ​ຕັ້ງ​, ສ່ວນ​ບຸກຄົນທີ່​ມີ​ໃຈ​ບຸນ​ໃຈ​ກູ້​ສົນ​ໄດ້​ເຂົ້າ​ຮ່ວມ ​ແລະ ສະໜັບສະໜູນ​ລາຍການ.

        ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ: “ຫົວ​ໃຈ​ທະ​ເລ​ໝູ່​ເກາະ” ​ແມ່ນ​ລາຍການ​ແທດ​ຈິງ, ມີ​ຄວາມ​ໝາຍ, ຮັບ​ໃຊ້​ແຜນ​ນະ​ໂຍບາຍ​ໃຫຍ່​ກ່ຽວ​ກັບ​ວຽກ​ງານ​ທະ​ເລ, ໝູ່​ເກາະ​ຂອງ​ພັກ, ລັດ, ປຸກລຸກ, ​ເສີ​ມຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດຮັກ​ແພງ​ເຊື້ອ​ຊາດຂອງ​ປະຊາຊົນ ຫວຽດນາມ, ຍົກ​ສູງ​ແບບ​ຢາງ​ບັນດາ​ຜູ້ອົງາດ​ກະ​ຫານຕິດ​ພັນ​ກັບ​ທະ​ເລ, ປະກອບສ່ວນ​ຢັ້ງຢືນ​ເຈດ​ຈຳນົງ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ຫວຽດນາມ ດ້ວຍ​ພາ​ລະ​ກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​​ເກາະທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​​ເຊີດ​ຊູ​ແບບຢ່າງ​ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ, ອົງກາ​ນຈັດ​ຕັ້ງ, ສ່ວນ​ບຸກຄົນ ດີ​ເດັ່ນ​ໃນ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ ​ແລະ ພັດທະນາ​ເສດຖະກິດ​ທະ​ເລ.

 


ຂ່າວ/ບົດ​ອື່ນ