ລາຍການ“ຮ່ວມແຮງຮ່ວມໃຈບັນເທົ່າຄວາມເຈັບປວດຍ້ອນທາດຜິດສີສົ້ນກໍ່ຂຶ້ນ”

ລາຍການ“ຮ່ວມແຮງຮ່ວມໃຈບັນເທົ່າຄວາມເຈັບປວດຍ້ອນທາດຜິດສີສົ້ນກໍ່ຂຶ້ນ” - ảnh 1
ລາຍການ “ຮ່ວມ​​ແຮງ​ຮ່ວມ​ໃຈ​ບັນ​ເທົ່າ​ຄວາມ​ເຈັບ​ປວດ​ຍ້ອນ​ທາດ​ຜິດ​ສີ​ສົ້ນ​ກໍ່​ຂຶ້ນ”
(ພາບ: TTXVN)

(vovworld) – ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ (10/08), ຕອນ​ຄໍ່າ​ວັນ​ທີ ວັນ​ທີ 09/08, ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ໜັງສື​ພິມ​ເອ​ເລັກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະມາຄົມ​ຜູ້ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ຈັດ​ລາຍ​ການ “ຮ່ວມ​​ແຮງ​ຮ່ວມ​ໃຈ​ບັນ​ເທົ່າ​ຄວາມ​ເຈັບ​ປວດ​ຍ້ອນ​ທາດ​ຜິດ​ສີ​ສົ້ນ​ກໍ່​ຂຶ້ນ”. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ຮອງ​ປະທານ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ວູຈ້ອງ​ກິມ ​ໄດ້​ແບ່ງປັນ​ຄວາມ​ເຈັບ​ປວດ ​ແລະ ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ​ໃນ​ທົ່ວ​ປະ​ເທດ. ທ່ານ​ໄດ້​ຊົມ​ເຊີຍ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ​ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ເຊື່ອມ​ຕໍ່​ຜູ້​ໃຈ​ບຸນ​ໃຈ​ກຸສົນ, ​ສົມ​ເປັນບ່ອນ​ອີງຂອງ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນ. ທ່ານ ວູຈ້ອງ​ກິມ ​ເນັ້ນ​ໜັກ​ວ່າ.

        “​ໃນ​ສະພາບ​ການ​ຄື​ປະຈຸ​ບັນ, ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ ​ແລະ ປະຕິບັດ​ນະ​ໂຍບາຍ​ສັງ​ຄົມ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ເຮັດ​ໃຫ້​ປະຊາຊົນ​ອຸ່ນ​ອ່ຽງ​ໃຈ, ສ້າງ​ຄວາມ​ເຫັນ​ດີ​ເຫ​ັນພ້ອມ​​ໃນ​ສັງ​ຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ປຸກລຸກ​ເຈດ​ຈຳນົງ​ຕັດສິນ​ໃຈ ​ແລະ ຈິດ​​ໃຈ​ມະຫາ​ສາມັກຄີ​ຂອງ​ທົ່ວ​ທັງ​ຊາດ​ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ອີກ​ດ້ວຍ. ​ໃນ​ສະພາບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຫວຽດນາມ ພວມ​ຢືນຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ, ສະ​ນັ້ນ, ການ​ເຄື່ອນ​ໄຫວ​ມະນຸດສະທຳ​ຂອງ​ແຕ່ລະຄົນ​ໃນ​ມື້​ນີ້ ບໍ່​ພຽງ​ແຕ່​ແກ້​ໄຂ​ໄດ້ຜົນ​ຮ້າຍ​​ໃນອະ​ດີດເທົ່ານັ້ນ ຫາກຍັງປະກອບສ່ວນສ້າງກຳລັງແຮງໃຫ້ປະຈຸບັນ ແລະ ໃນອະນາຄົດອີກດ້ວຍ”.

ຂ່າວ/ບົດ​ອື່ນ