ລາຍການເຊີດຊູວິສາຫະກິດປ່ຽນໃໝ່ - ມີຫົວຄິດປະດິດສ້າງ

ລາຍການເຊີດຊູວິສາຫະກິດປ່ຽນໃໝ່ - ມີຫົວຄິດປະດິດສ້າງ - ảnh 1
(ພິທີ​ເຊີດ​ຊູ​ວິ​ສາ​ຫະກິດ​ປ່ຽນ​ໃໝ່ - ມີ​ຫົວຄິດ​ປະດິດ​ສ້າງ)

(vovworld) –  ​ຕອນ​ຄໍ່າ​ວັນ​ທີ 24/06, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ສົມທົບ​ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ ຈັດ​ພິທີ​ເຊີດ​ຊູ​ວິ​ສາ​ຫະກິດ​ປ່ຽນ​ໃໝ່ - ມີ​ຫົວຄິດ​ປະດິດ​ສ້າງ ຄັ້ງ​ທີ 1. ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ທ່ານ​ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ, ທ່ານ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ຫງວຽນ​ກວນ, ພ້ອມ​ກັບ​ຜູ້ຕາງໜ້າ​ບັນ​ດາ​ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ກາ​ນ​ເຊີດ​ຊູ​ໃນ​ຄັ້ງ​ນີ້. ຢູ່​ທີ່​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​​ແລະ ເຕັກ​ໂນ​ໂລ​ຊີ ຫງວຽນ​ກວນ ​ໄດ້​ແລກປ່ຽນ​ກັບ​ບາງ​ວິ​ສາ​ຫະກິດ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງດ້ານ​ວິທະຍາສາ​ດ ​ເຕັກ​ໂນ​ໂລ​ຊີ ປະກອບສ່ວນ​ຊຸກຍູ້​ການພັ​ດທະ​ນາ​ເສດຖະກິດ​ຂອງ​ວິ​ສາ​ຫະກິດ​ເວົ້າ​ສະ​ເພາະ ​ແລະ ຂອງ​ປະ​ເທດ​ເວົ້າ​ລວມ; ຍຸດ​ທະ​ສາດ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ຫວຽດນາມ ຮອດ​ປີ 2020. ມີ​ວິ​ສາ​ຫະກິດ 75 ​ແຫ່ງ​ທີ່​ບັນລຸ​ໄດ​້ຜົນງານ​ດີ​ເດັນ​ໃນ​ກາ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ປ່ຽນ​ໃຫມ່ຢ່າງມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ​ເພີ່ມ​ກຳລັງ​ແກ່ງ​ແຍ້ງ​ຂອງ​ວິ​ສາ​ຫະກິດ​​ໄດ້​ຮັບ​ການ​ເຊີດ​ຊູ​​ໃນ​ຄັ້ງ​ນີ້.
ຂ່າວ/ບົດ​ອື່ນ