ລາຍການແຫ່ຂັນຄຳຊະນະເລີດບານເຕະຍິງໂລກ FIFA 2023

(VOVWORLD) -ພິທີແຫ່ຂັນຄຳຊະນະເລີດບານເຕະຍິງໂລກປີ 2023 (FIFA Women’s World Cup Trophy Tour) ຢູ່ ຫວຽດນາມ ແມ່ນນອນໃນຂອບເຂດການເຄື່ອນໄຫວເປັນຫນ້າສົນໃຈເພື່ອໂຄສະນາໃຫ້ FIFA World Cup ຍິງປີ 2023
ລາຍການແຫ່ຂັນຄຳຊະນະເລີດບານເຕະຍິງໂລກ FIFA 2023 - ảnh 1ບັນດາຜູ້ແທນເຂົ້າຮ່ວມ ພິທີແຫ່ຂັນຄຳ. ພາບ: Báo Văn Hoá

ລາຍການແຫ່ຂັນຄຳຊະນະເລີດບານເຕະຍິງໂລກປີ 2023 ໂດຍສະຫະພັນບານເຕະ ຫວຽດນາມ (VFF) - ສະຫະພັນບານເຕະໂລກ (FIFA) ສົມທົບກັນຈັດຂຶ້ນໃນວັນທີ 4 ມີນາ ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈີນກວັກຕວັນ ປະທານ VFF ໄດ້ຍ້ອງຍໍສັນລະເສີນຜົນງານຂອງບັນດານັກເຕະບານຍິງ ຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮ່ວມການແຂ່ງຂັນ ບານເຕະຍິງຊິງຂັນໂລກ.

ພິທີແຫ່ຂັນຄຳຊະນະເລີດບານເຕະຍິງໂລກປີ 2023 (FIFA Women’s World Cup Trophy Tour) ຢູ່ ຫວຽດນາມ ແມ່ນນອນໃນຂອບເຂດການເຄື່ອນໄຫວເປັນຫນ້າສົນໃຈເພື່ອໂຄສະນາໃຫ້ FIFA World Cup ຍິງປີ 2023. ລາຍການດັ່ງກ່າວ ແມ່ນເລີ່ມຕົ້ນແຕ່ວັນທີ 25 ກຸມພາ ດ້ວຍສະຖານທີ່ທຳອິດແມ່ນ ຍີ່ປຸ່ນ ຫລັງຈາກນັ້ນແມ່ນໄປຍັງ 31 ປະເທດຍັງເຫລືອ.

ຕອບກັບ

ຂ່າວ/ບົດ​ອື່ນ