ລາຍການໂອ້ລົມກັບເພື່ອນລາວ

ໃນອາທິດທີ່ຜ່ານມາ,  ລະບົບ​ກະຈາຍສຽງ VOV5 ຂອງ​ພວກ​ເຣົາ​ໄດ້​ຮັບ​ຈົດໝາຍ 105 ສະບັບ ຈາກ​ຜູ້​ຟັງ​ມາ​ຈາກ 22 .​ປະ​ເທດ, ​ໃນ​ນັ້ນລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ​ໄດ້​ຮັບ​ຈັດ​ໝາຍ 3 ສະບັບ​ຈາກຫຼວງພະ​ບາງ, ​ແລະ​ຊຽງ​ຂວາງ. ມີ​ບາງ​ຄົນ​ຢາກ​ຮັບ​ຟັງ​ຄໍ​ລຳ​ມ່ວນໆ​ຈຳນວນ​ໜື່ງ, ມີ​ບາງ​ຄົນ​ພັດ​ຢາກ​ຊອກ​ຮູ້​ກ່ຽວ​ກັບປະ​ເທດ​ຊາດ ​ແລະ​ຊາວ​ຫວຽດນາມ. ​ໃນ​ລາຍກາ​ນ​ໂອ້​ລົມ​ກັບ​ເພື່ອ​ລາວ​ພາກ​ນີ້ ພວກ​ເຮົາ​ຂໍ​ແນະນຳ​ບາງຄຳ​ເຫັນ​ຂອງ​ທ່ານຜູ້​ຟັງ​ທີ່​ຝາກ​ມາລາ​ຍການ. ​

   ​​ໃນ​ຈົດໝາຍ​ຝາກ​ມາ​ລາຍການ, ​​ເພື່ອນ​ສຸ​ວາ​ນົນ ຢູ່​ແຂວງຫຼວງພະ​ບາງ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າມັກ​ທີ່​ສຸດ​ບັນດາ​ບົດ​ຂຽນ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ​ຊາວ​ຫວຽດນາມ ​ແລະ​ຜ່ານນັ້ນຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກ​ຮັກ​ແພງ​ປະ​ເທດ​ຫວຽດນາມ​ກ່ວາ​ອີກ. ​ໃນ​ໄລຍະ​ຜ່ານ​ມາ, ລາຍການ​ມີ​ບົດ​ຂຽນ​ຫລາຍ​ບົດ​ກ່ຽວ​ກັບ​ເສັ້ນທາງ​ໂຮ່ຈິ​ມິນ​ບົນ​ທະ​ເລ, ບັນດາ​ນັກຮົບ​ພິລາດ​ອາດ​ຫານ​ໃນ​ກຳ​ປັ່ນ​ບໍ່​ມີ​ໝາຍ​ເລກ, ຂົນ​ສົ່ງ​ອາວຸດ​ໄປ​ສະໜາມ​ຮົມ​ທາງ​ພາກ​ໃຕ້​ຫວຽດນາມ. ບັນດາ​ຜົນງານ​ແຫ່ງ​ການ​ສູ້​ຮົບ​ແບບ​ປິ​ລັບດັ່ງກ່າວ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ບົດ​ຂຽນ​ເຫຼົ່ານັ້ນ ຫາກ​ຍັງມີ​ຄວາມ​ໝາຍ​ໃຫ້​ແກ່​ຊາວ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ຕໍ່​ຊາວ​ຕ່າງປະ​ເທດ​ພວກ​ຂ້າພະ​ເຈົ້າອີກ​ດ້ວຍ. ຜ່ານ​ບັດ​ດາບົດ​ຂຽນ​ເຫຼົ່ານັ້ນ, ຊາວ​ຫວຽດນາມ ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນໜຸ່ມ​ຈະ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຜົນງານ​ແຫ່ງ​ການ​ສູ້​ຮົບ​ຂອງ​ລຸ້ນກ່ອນ ຊື່​ງ​ໄດ້​ເສຍສະຫຼະ​ເລືອກ​ເນື້ອ​ເພື່ອ​ປົກ​ປັກຮັກສາ ​ແລະ​ສ້າງສາ​ປະ​ເທດ​ຊາດ​ນັບ​ມື້​ນັບໝັ້ນຄົງ​ເຂັ້ມ​ແຂງ ​ແລະ​ພັດທະນາ​ຄື​ປະຈຸ​ບັນ. ສ່ວນ​ພວກ​ຂ້າພະ​ເຈົ້າກໍ່​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບປະ​ເທດ​ຫວຽດນາມ​​​ວິລະ​ຊົນ ໃນ​ການ​ຕໍ່ສູ້ ​ແລະ​ອອກ​ແຮງ​ງານ. ຂ້າພະ​ເຈົ້າຫວັງ​ວ່າ ທາງໃຫ້​ລາຍການ​ຈະ​ສືບ​ຕໍ່​ແນະນຳ​ບັນດາ​ບົດ​ຂຽນ​ກ່ຽວ​ກັບ​ແບບຢ່າງທີ່​ດີ​ເດັ່ນ​ໃນ​ການ​ຕໍ່ສູ້, ອອກ​ແຮງ​ງານ​ທຳ​ການ​ຜະລິດ​ຫລາຍ​ກ່ວາ​ອີກ.

  ​ເພື່ອ​ນສຸ​ວາ​ນົນ​ທີ່​ຮັກ​ແພງ, ຂໍ​ຂອບ​ໃຈ​ບັນດາ​ການ​ແບ່ງປັນ​ອັນ​ຈິງ​​ໃຈຂອງ​ເພື່ອນ, ພວກ​ເຣົາຈະ​ສືບ​ຕໍ່​ແນະນຳ​ບັນດາ​ບົດ​ຂຽນ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ​ຊາວ​ຫວຽດນາມ ​ໃນ​ນັ້ນມີ​ທັງ​ບັນດາ ແບບຢ່າງດີ​ເດັ່ນ​ໃນ​ການ​ຕໍ່ສູ້, ການອອກ​ແຮງ​ງານ​ທຳ​ການ​ຜະລິດ​ ​ເພື່ອ​ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງ​ຂອງ​ເພື່ອນ ​ແລະ​ທ່ານ​ຜູ້​ຟັງ ​ແລະ​ ຫວັງ​ວ່າ ​ເພື່ອນ​ຈະ​ສືບຕໍ່​ຕິດຕາມ​ຮັບ​ຟັງ ລາຍການ​ຂອງ​ພວກ​ເຮົາ ​ແລະ ສົ່ງ​ຈົດໝາຍປະກອບ​ຄຳ​ເຫັນ​ໃຫ້​ແກ່​ລາຍການ​ຂອງ​ພວກ​ເຮົາ ​​ເຣັດ​ໃຫ້​ເນື້ອ​ໃນ​​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຣົານັບ​ມື້​ນັບ​ອຸດົມສົມບູນ​ຂື້ນ​ຕື່ມ.

  ​ເພື່ອນ​ເຈີ່ນ​ແອ​ງຄວາ ຊາວ​ຫວຽດນາມ​ອາ​ໃສ​ຢູ່​ແຂວງ​ຊຽງ​ຂວາງ​ໄດ້​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮູ້​​ແລ້ວວ່າ ຫວຽດນາມ​ມີ 54 ຊົນ​ເຜົ່າ​ອ້າຍ​ນ້ອງ ​ແລະ​ຊາວ​ກິ​ງ ກວມ​ເອົາ​ອັດຕາ​ສ່ວນ​ຫລາຍ, ຊາວ​ຊົນ​ເຜົ່າ​ໜ້ອຍ​ກ່ວາ​ໝູ່​ຂອງ ຫວຽດນາມ​ແມ່ນ​ຊົນ​ເຜົ່າ​ໃດ, ​ເຂົ້າ​ເຈົ້າ​ໄດ້​ດຳລົງ​ຊີວິດ​ຢູ່​ແຂວງ​ໃດ​ເປັນ​ສ່ວນ​ຫລາຍ?

  ​ເພື່ອນ​ຄວາມ​ທີ່​ຮັກ​ແພງ, ຊາວ​ກິ​ງ​ແມ່ນ​ຊົນ​ເຜົ່າ​ກວມ​ເອົາ​ຈຳນວນ​ຫລາຍ​ກ່ວາ​ໝູ່ ປະມານ 87% ຂອງພົນລະ​ເມືອງ​ຫວຽດນາມ. ສ່ວນ​ຊົນ​ເຜົ່າທີ່​ມີ​ຈຳນວນ​ປະຊາກອນ​ໜ້ອຍ​ກ່ວາ​ໝູ່​ຢູ່​ຫວຽດນາມ​ແມ່ນ​​ຊົນ​ເຜົ່າ Brâu, Ơ đu  ​ແລະ Rơ Măm.

  ຢູ່​ຫວຽດນາມ ຊາວ​ຊົນ​ເຜົ່າ Brâu ມີ​ພຽງປະມານ 300 ຄົນ ຊື່​ງດຳລົງ​ຊີວິດ​ສ່ວນ​ຫລາຍ​ຢູ່​ບ້ານ ດັກ​ເມ ​ ຕາ​ແສງ ​ເບີ​ອີ ເມືອງ ຫງອກ​ໂຣ່ຍ ​ແຂວງ ກອນ​ຕູມ ທີ່​ເຂດ ​ໄຕ​ງວຍນ. ຊາວ Rơ Măm ມີ​ພຽງ 400 ຄົນ ​ໄດ້​ດຳລົງ​ຊີວິດ​ຢູ່​ລ້ານ ​ແລ ຕາ​ແສງ ມໍຣາຍ ເມືອງ ຊາ​ໄທ ແຂວງ ກອນ​ຕູມ ສ່ວນ​ຊາວ​ຊົນ​ເຜົ່າ Ơ đu  ມີ​ປະມານ 400 ຄົນ ​ໄດ້​ດຳລົງ​ຊີວິດ​ຢູ່​ແຂວງ ​ເງະ​ອານ, ພິ​ເສດ ຊາວ​ຊົນ​ເຜົ່າ​ນີ້​ກໍ່​ໄດ້​ດຳລົງ​ຊີວິດ​ຢູ່​ລາວ​ແຕ່​ດ້ວຍ​ຈຳນວນ​ໜ້ອຍ.

  ​ເພື່ອນ​ຈິດຕະວົງຢູ່​ແຂວງ​ສາລະ​ວັນ​ໄດ້​ຖາມ​ວ່າ: ຫວຽດນາມ ​ແລະ​ລາວ​ແມ່ນ 2 ປະ​ເທດ​ບ້ານ​ໄກ້​ເຮືອນ​ຄຽງ​ມີ​ເສັ້ນຊາຍ​ແດນ​ຍາວ​ຢຽດ ຂ້າພະ​ເຈົ້າຢາກ​ຮູ້​ວ່າ ​ເສັ້ນຊາຍ​ແດນ​ລວມລະຫວ່າງ​ສອງ​ປະ​ເທດ​ມີ​ຕັກ ກມ ​ແລະ​ບັນດາ​ແຂວງ​ຊາຍ​ແດນຕິດ​ຈອດ​ກັນ​ຂອງ​ສອງ​ປະ​ເທດ​ແມ່ນ​ແຂວງ​ໃດ​ແດ່?

   ເພື່ອນ​ຈິດຕະວົງ ​ແລະ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ເສັ້ນຊາຍ​ແດນ​ລະຫວ່າງ​ຫວຽດນາມ ​ແລະ​ລາວ​ມີ​ລວງ​ຍາວ​ປະມານ 2 ພັນ 340 ກມ ​ເຊືອມ​ຈອດ 10 ​ແຂວງ​ຂອງ​ຫວຽດນາມ​ຄື: ດ້ຍນບຽນ, ​ເຊ​ນລາດ ​ແທງຣົວດ ​ເງະ​ອານ, ຣ່າຕິງ​ດ ກວາງ​ບີ​ງ, ກວາງ​ຈິ, ​ເທື່ອ​ທຍນ​ເວະ​ດ ກວາງ​ນາມ ​ແລະ ກອນ​ຕູມ ຊື່​ງມີ​ເສັ້ນຊາຍ​ແດນ​ຕິດ​ກັບ 10 ​ແຂວງ​ຂອງ​ລາວ​ຄື: ​ແຂວງ ພົ້ງສາລີ, ຫຼວງພະ​ບາງ,, ຫົວພັນ, ຊຽງ​ຂວາງ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ສາລະ​ວັນ, ​ເຊ​ກອງ ​ແລະ​ອັດ​ຕະປື.

ຕອບກັບ

ຂ່າວ/ບົດ​ອື່ນ