ລາຍການໂອ້ລົມສົນທະນາຍຸດທະສາດໜູນຊ່ວຍການປະຕິບັດສັນຍາຄູ່ຮ່ວມມື ແລະ ຮ່ວມມື ຫວຽດນາມ - ອີຢູ

ລາຍການໂອ້ລົມສົນທະນາຍຸດທະສາດໜູນຊ່ວຍການປະຕິບັດສັນຍາຄູ່ຮ່ວມມື ແລະ ຮ່ວມມື ຫວຽດນາມ - ອີຢູ - ảnh 1

(ລາຍການ​ໂອ້​ລົ​ມສົນທະນາ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​

ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື ຫວຽດນາມ - ອີ​ຢູ)

(vovworld) – ວັນ​ທີ 4/6, ຢູ່ ຮ່າ​ໂນ້ຍ, ຄະນະ​ປະຕິບັດ​ງານ​ສະຫະພາບ ​ເອີ​ລົບ ປະຈຳ ຫວຽດນາມ ​​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ “​ລາຍການ​ໂອ້​ລົມສົນທະນາ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ການປະຕິບັດ​ກອບ​ສັນຍາແມ່​ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອີ​ຢູ”. ​ໂຄງການ​ໂດ​ຍ ອີ​ຢູ ອຸປະຖຳ​ດ້ວຍ​ແຫຼ່ງ​ເງິນ 2,9 ລ້ານ ​ເອີ​ໂຣ, ມີ​ກຳນົດເວລາ 3 ປີເພື່ອໜູນ​ຊ່ວຍ​​ໃຫ້ການ​ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ​ຮ່ວມ​ມືຮອບດ້ານ ຫວຽດນາມ - ອີ​ຢູ (PCA) ​ເຊິ່ງໄດ້​ເຊັນກັນ​ໃນ​ປີ​ກ່າຍນີ້​ຢູ່ ບຣຸກ​​ແຊນ, ປະ​ເທດ​ແບນ​ຊິກ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບູ່​ຍ​ແທງ​ເຊີນ ຖື​ວ່າ:

“ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ຫວຽດນາມ - ສະຫະພາບ ​ເອີ​ລົບ ບໍ່​ພຽງ​ແຕ່​ປັບປຸງ​ການ​ພົວພັນ 2 ຝ່າຍ​ລະຫວ່າງ ຫວຽດນາມ - ອີ​ຢູ ​ໃນ​ທຸກໆ​ຂົງ​ເຂດ​ຄື: ການ​ຮ່ວມ​ມື, ພັດທະນາ, ​ເສດຖະກິດ - ການ​ຄ້າ, ການ​ສຶກສາ - ບຳລຸງ​ສ້າງເທົ່ານັ້ນ ຫາກ​ຍັງ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ຮ່ວມ​ມື​ຮັບ​ມື​ກັບ​ການ​ທ້າ​ທາຍ​ທົ່ວ​ໂລກ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ.​.​.​ ອີກ​ດ້ວຍ.”

    ສ່ວນ​ຝ່າຍ ອີ​ຢູ, ດຣ Franz Jessen, ຫົວໜ້າ​ຄະນະ​ປະຕິບັດ​ງານ ອີ​ຢູ ປະຈຳ ຫວຽດນາມ, ຊີ້​ແຈ້ງວ່າ:

“ການ​ຮ່ວມ​ມື​ພັດທະນາ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ແມ່ນ​ສ່ວນ​ສຳຄັນ​ທີ່​ມີ​ຕໍ່​ການ​ຮ່ວມ​ມື​ຂອງ​ພວກ​ຂ້າພະ​ເຈົ້າ​ກັບ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ພວມ​ພິຈາລະນາ​ເລື່ອງ​ສ້າງ​ລາຍການ​ຮ່ວມ​ມື​ໄລຍະ 2014 – 2020 ​ແລະ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ປະຕິບັດ​ງານ​ຂອງ ຫວຽດນາມ​ເພື່ອ​ພ້ອມ​ກັນ​ກຳນົດ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ສຳຄັນ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ ຫວຽດນາມ”

 


ຂ່າວ/ບົດ​ອື່ນ