ລາຍງານຜົນການທົບທວນປະຈຳໄລຍະດ້ານສິດທິມະນຸດຢູ່ຫວຽດນາມ

ລາຍງານຜົນການທົບທວນປະຈຳໄລຍະດ້ານສິດທິມະນຸດຢູ່ຫວຽດນາມ - ảnh 1

ພິທີປະກາດແຫ່ງຊາດຕາມກົນໄກ UPR ໄລຍະ 2 ສະພາສິດທິມະນຸດ ສປຊ 3/2013.
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 2/4, ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ສົມທົບ​ກັບ​ໂຄງການ​ພັດ​ທະ​ນາ​ສະຫະ​ປະຊາ​ຊາດ (UNDP) ຈັດຕັ້ງລາຍ​ງານ​ຜົນ​ການ​ທົບ​ທວນປະຈຳ​​ໄລຍະ​ດ້ານ​ສິດທິ​ມະນຸດ(UPR) ຮອບ​ທີ 2 ກ່ຽວກັບ​ສະພາບ​ຮັບປະກັນ​ສິດທິ​ມະນຸດ​ຢູ່ ຫວຽດນາມ.

    ທ່ານ​ຫົວໜ້າກົມບັນດາ​ອົງການ​ສາກົນ,​ ກະ​ຊວງ​ການ​ຕ່າງປະ​ເທດ ຮ່ວາງ​ຈີ໋ຈຸ​ງ ​ໃຫ້​ຮູ້​ວ່າ​ໂດຍ​ແມ່ນ​ປະ​ເທດ​ທີ່​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ສາກົນ, ຫວຽດນາມ ​ໄດ້​ປະຕິບັດພັນທະ​ຢ່າງ​ຄົບ​ຖ້ວນ​ຕາມ​ກົນ​ໄກ UPR, ​ ​​ແລະ ​ກະກຽມ​ໃຫ້ການ​ທົບ​ທວນປະຈຳ​​ໄລຍະ​ດ້ານ​ສິດທິ​ມະນຸດ ຮອບ​ທີ 2 ​ດ້ວຍການ​ເຂົ້າຮ່ວມຂອງ​ທຸກ​ກະຊວງ, ຂະ​ແໜງການ​ທີ່​ກ່ຽວຂ້ອງ, ບັນດາ​ອົງການ​ການ​ເມືອງ, ອົງການ​ຈັດຕັ້ງ, ມະຫາຊົນ, ສັງຄົມ ​ແລະ ບັນດາ​ອົງການ,​ ສ່ວນບຸກຄົນ​ທີ່​ມີ​ຄວາມ​ສົນ​ໃຈ.

    ກ່ອນ​ນັ້ນ, ທີ່​ວາລະ​ປະຊຸມ​ຄັ້ງທີ 18 ຂອງ​ກຸ່ມ​​ເຮັດ​ວຽກກ່ຽວກັບ UPR ຂອງສະພາ​ສິດທິ​ມະນຸດ, ຫວຽດນາມ​ໄດ້​ແຈ້ງ​ໃຫ້​ຊາບ​ບົດລາຍ​ງານ UPR ຮອບ​ທີ 2; ​ສົນທະນາ​ຢ່າງ​ກົງ​ໄປ​ກົງ​ມາ, ​ເປີດ​ອົກ​ເປີດ​ໃຈກັບ​ບັນດາ​ສະມາຊິກ​ສະຫະ​ປະຊາ​ຊາດ; ສະໜອງບັນດາ​ຂໍ້​ມູນ​ກ່ຽວກັບ​ກົດໝາຍ, ການ​ເມືອງຢ່າງ​ຄົບ​ຖ້ວນ ​ແລະ ຄວາມ​ຈິງ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ຢູ່ ຫວຽດນາມ.

  


ຂ່າວ/ບົດ​ອື່ນ