ລາຍຮັບສະເລ່ຍ/ຫົວຄົນ ຢູ່ນະຄອນໂຮ່ຈິມິນ ບັນລຸກ່ວາ 4.500 USD


ລາຍຮັບສະເລ່ຍ/ຫົວຄົນ ຢູ່ນະຄອນໂຮ່ຈິມິນ ບັນລຸກ່ວາ 4.500 USD - ảnh 1

(ພາບ: dantri.com.vn)

(vovworld)- ດ້ວຍໝາກຜົນ​ການ​ເຕີບ​ໂຕ 9,3% ​ໃນ​ປີ 2013, ລາຍ​ຮັບ​ສະ​ເລ່ຍ/ຫົວ​ຄົນ​ຢູ່​ນະຄອນ​ໂຮ່ຈິ​ມິນ ບັນ​ລຸ​ໄດ້ 4513 ​​USD. ​ໃນ​ສອງ​ປີ​ທ້າຍ​ຂອງ​ໄລຍະ 2011-2015, ພ້ອມ​ກັບ​ການ​ຄາດ​ຄະ​ເນ​ເສດຖະກິດ-​ສັງຄົມນະຄອນ​ສືບ​ຕໍ່​ທ່າ​ເຕີບ​ໂຕ, ຄາດໝາຍ​ນີ້​ຈະ​ຖືກ​ຍົກ​​ເປັນ 4800 ​​​USD. ນີ້​ແມ່ນ​ຕົວ​ເລກ​ທີ່​ສາມາດ​ບັນລຸ​ໄດ້​ຖ້າ​ຫາກ​ວ່າ​ທາງ​ນະຄອນ​ຈະ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ໄດ້​ວາງ​ອອກ​​ເປັນ​ຢ່າງ​ດີ.

  ດ້ວຍ​ການ​ຄາດ​ຄະ​ເນ​ເສດຖະກິດ 2014-2015 ຈະ​ສືບ​ຕໍ່​ທ່າຟື້ນຕົວ, ການ​ເຕີບ​ໂຕ​ສູງ​ກ່ວາປີ 2013 ນັ້ນ, ນະຄອນ​ໂຮ່ຈິ​ມິນ ​ໄດ້​ກຳນົດ​ຈຸດໝາຍ​ຂອງ​ປີ 2014 ​ແມ່ນການ​ເຕີບ​ໂຕ GDP ຄາດວ່າ​ເພີ່ມ​ຂຶ້ນ​ແຕ່ 9,5-10% ຍອດ​ຈຳນວນ​ທຶນ​ພັດທະນາ​ທົ່ວ​ສັງຄົມ, ກວມ​ເອົາ​ປະມານ 31% GDP. ລະດັບ​ການ​ເພີ່ມ​ດັດຊະນີ​ລາຄາ​ໃຊ້​ສອຍ​ຕ່ຳ​ກ່ວາ​ທົ່ວ​ປະ​ເທດ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຕາມ​ຄາດໝາຍ​ໃໝ່ (16 ລ້ານ​ດົ່ງ/ຄົນ/ປີ) ​ແມ່ນ 6,8%./.

 

ຂ່າວ/ບົດ​ອື່ນ