ລາຍເຈົາ ເອົາໃຈໃສ່ເຖິງ ການພັດທະນາແຫຼ່ງ ຊັບພະຍາກອນມະນຸດ ຢູ່ທ້ອງຖິ່ນ

ລາຍເຈົາ ເອົາໃຈໃສ່ເຖິງ ການພັດທະນາແຫຼ່ງ ຊັບພະຍາກອນມະນຸດ ຢູ່ທ້ອງຖິ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ເຮັດ​ວຽກ​ຢູ່​ແຂວງ​ລາຍ​ເຈົາ
(ພາບ: chinhphu.vn)


(vovworld) - ວັນ​ທີ 22/07, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ແລະ ຄະນະ​ປະຕິບັດ​ງານ ​ໄດ້ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ລາຍ​ເຈົາ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ເອົາ​ໃຈ​ໃສ່​ວ່າ ​ແຂວງ ລາຍ​ເຈົາ ຕ້ອງ​ສຸມ​ໃສ່​ສ້າງ​ລະບົບ​ການ​ເມືອງ, ປ້ອງ​ກັນຄວາມ​ສະ​ຫງົບ​ຢູ່ເຂດ​ຊາຍ​ແດນ. ນອກຈາກ​ທ່າ​ແຮງ​ກ່ຽວ​ກັບ​ຕົ້ນ​ຊາ ​ແລະ ຢາງພາລາ ​ແລ້ວ, ລາຍ​ເຈົາ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ກະສິກຳ; ​ເອົາ​ໃຈ​ໃສ່​ເຖິງ​ເຄື່ອງໝາຍ​ການ​ຄ້າ, ພິ​ເສດ​ແມ່ນ​ຕົ້ນ​ຊາ, ຜ່ານ​ນັ້ນ​ປະກອບສ່ວນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ​ໃຫ້​ແກ່ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ຊີ້​ແຈ້ງວ່າ: ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະ​ນຸດ​ທ້ອງ​ຖິ່ນ​ແມ່ນ​ສຳຄັນ, ພິ​ເສດ​ແມ່ນ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ, ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ​ໃຫ້​ຄົນ​ທຸກ​ຍາກ, ​ໄວ​ໜຸ່ມ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃຊ້​ຄົນ​ງານ​ຢູ່​ກັບ​ທີ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ແຂວງ ລາຍ​ເຈົາ ຕ້ອງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ເປັນ​ຢ່າງ​ດີ, ສຸມ​ໃສ່​ສ້າງ​ສະພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງທຶນ​​ໃຫ້​ດີ, ດຶງດູດ​ບັນດ​າວິ​ສາ​ຫະກິດ​ຜ່ານ​ກົນ​ໄກ, ນະ​ໂຍບາຍ​ຕ່າງໆ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​​ໃນ​ລະບຽບ​ການສົມທົບ​ວຽກງານ ​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ​​ແຂວງ​ລາຍ​ເຈົາ ​ແລະ ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢາງພາລາ​ຫວຽດນາມ.
ຂ່າວ/ບົດ​ອື່ນ