ລາວ - ກູບາ ຊຸກຍູ້ການຮ່ວມມືທີ່ເປັນມູນເຊື້ອ.

ລາວ - ກູບາ ຊຸກຍູ້ການຮ່ວມມືທີ່ເປັນມູນເຊື້ອ.  - ảnh 1
ພາບປະກອບ

(vovworld) –  ໃນ​ຂອບ​ເຂດການ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 12/9, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກູ​ບາ ​Bruno Rodriguez ໄດ້​ມີ​ການ​ພົບ​ປະກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມະ​ລີ ​ໄຊ​ຍະ​ສອນ. ທ່ານປະທານ​ປະ​ເທດ ຈູມ​ມະ​ລີ ​ໄຊ​ຍະ​ສອນ ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະ; ​ແລະ ຢືນຢັນ​ວ່າ​ລາວ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ກູ​ບາ ​ແລະ ຫວັງ​ວ່າ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກວ່າ. ສ່ວນ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກູ​ບາ ​Bruno Rodriguez ຢືນຢັນ​ວ່າ, ກູ​ບາ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ລາວ ດ້ວຍ​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ​ຂອງ​ຕົນ ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ - ການ​ຄ້າ.


ຂ່າວ/ບົດ​ອື່ນ