ລາວ ຈັດຕັ້ງກອງປະຊຸມຄູ່ຮ່ວມມື ລັດຖະສະພາອາຊີ - ເອີລົບ ຄັ້ງທີ 7

ລາວ ຈັດຕັ້ງກອງປະຊຸມຄູ່ຮ່ວມມື ລັດຖະສະພາອາຊີ - ເອີລົບ ຄັ້ງທີ 7  - ảnh 1
( ພາບ: vientianemai.net )

(vovworld) -     ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການຈັດ​ຕັ້ງກອງ​ປະຊຸມ​ຄູ່​ຮ່ວມ​ມືລັດ​ຖະ​ສະ­ພາ​ອາ­ຊີ-ເອີ​ລົບ ຄັ້ງ​ທີ 7 (ASEP-7) ຂອງ​ຄະນະ​ກຳມະການ​ຊີ້​ນຳ​ແຫ່ງ​ຊາດ, ​ໂດຍ​ທ່ານ​ນາງ​ປະ​ທານ​ສະພາ​ແຫ່ງ​ຊາດລາວ ປາ­ນີ ຢາ​ທໍ່​ຕູ້ ​ເປັນ​ປະທານຫາ​ກໍ​ຖືກ​ຈັດ​ຂຶ້ນຢູ່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ. ທີ່​ກອງ​ປະຊຸມ, ທ່ານ ວິ­ເສດ ສະ­ແຫວງ​ສຶກ​ສາ, ຫົວ­ໜ້າ​ຄະນະເລ­ຂາ​​ກອງ​ປະ­ຊຸມ​ ASEP-7 ​ໃຫ້​ຮູ້​ວ່າ ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະ­ຊຸມ ASEP-7 ​ເຊິ່ງ​ຈະ​ຈັດ​ຂຶ້ນ​​ໃນ​ເດືອນ 10/2012 ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ສຳ​ເລ​ັດ​ໂດຍ​ພື້ນຖານ​ແລ້ວ. ​ລາວ ​ໄດ້​ສົ່ງ​ຈົດ­ໝາຍ ແລະ ເອ­ກະ­ສານ​ທາງ​ການ​​ເຖິງ​​ 42 ປະເທດສະມາຊິກ. ກ່ຽວ​ກັບ​ບັນຫາພື້ນຖານ​​ໂຄງ​ລ່າງ, ມາ​ຮອດ​ປະຈຸ​ບັນ, ​​ລາວກໍ່ສ້າງ​ສຳ​ເລັດ​ແລ້ວ​ 90% ຄື: ​ຍົກ​ລະດັບເດີນ​ບິນສາກົນອັນ​ໜຶ່ງ ​ແລະ ລະບົບທາງ​ຄົມມະ​ນາ​ຄົມ, ​ໂຮງແຮມດອນ​ຈັນ ​ເຊິ່ງ​ແມ່ນສະຖານ​ທີຈັດ​ຕັ້ງກອງ​ປະຊຸມກໍ່​ຄື​ວຽກ​ງານ​ພະລາທິການ… ເນື້ອ​ໃນ​ການ​ປຶກສາ​ຫາລືຂອງ​ກອງ​ປະຊຸມ​​ສຳ​ເລັດ​ແລ້ວ 80% ​​ເຊິ່ງລວມມີ​ບັນດາ​ບັນຫາ​ຄື: ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ວຽກ​ງານ​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍຈາກ​ໄພ​ທຳ​ມະ​ຊາດ, ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ທີ່​ມີຕໍ່​ການ​ພັດທະນາ​ກະສິກຳ; ​ໄພ​ຂາດ​ທັນ​ຍາ​ຫານ…

ຂ່າວ/ບົດ​ອື່ນ