ລາວ ຈັດພິທີໄວ້ອາໄລ ບັນດາຜູ້ເສຍຊີວິດຈາກ ອຸປະຕິເຫດເຮືອບິນຕົກ

ລາວ ຈັດພິທີໄວ້ອາໄລ ບັນດາຜູ້ເສຍຊີວິດຈາກ ອຸປະຕິເຫດເຮືອບິນຕົກ - ảnh 1
ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ, ອົງການ​ພັກຈັດພິທີ​ໄວ້ອາ​ໄລ​​
ເຖິງ​ດວງ​ວິນ​ຍານຂອງຜູ້​ເສຍຊີວິດຈາກອຸປະຕິ​ເຫດ​ເຮືອບິນຕົກລົງ​ນ້ຳຂອງ
(ພາບ: kpl.net.la)


ຕາມ​ສຳນັກ​ຂ່າວສານ​ລາວ, ວັນ​ທີ 21 ຕຸລາ, ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ, ອົງການ​ພັກ ແລະ ບັນດາ​ແຂວງ​ໃນ​ຂອບ​ເຂດເທດ​ທົ່ວ​ປະ​ເທດ​ພ້ອມ​ກັນ​ຈັດພິທີ​ໄວ້ອາ​ໄລ​​ເຖິງ​ດວງ​ວິນ​ຍານຂອງຜູ້​ເສຍຊີວິດຈາກອຸປະຕິ​ເຫດ​ເຮືອບິນຕົກລົງ​ນ້ຳຂອງທີ່​ແຂວງ​ຈຳປາ​ສັກ ເມື່ອ​ວັນ​ທີ 16/10/2013 ຜ່ານມາ. ພິທີໄວ້ອາ​ໄລ​ຄັ້ງນີ້ແມ່ນ​ຈັດ​ຂຶ້ນ​ໃນ​ເວລາ​ດຽວພ້ອມ​ກັນ​ທົ່ວ​ປະ​ເທດ, ຢູ່​ຫ້ອງ​ວ່າການ​ລັດຖະບານໂດຍທ່ານ ທອງ​ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ພ້ອມ​ດ້ວຍ​ຄະນະ​ລັດຖະບານ ​ແລະ ພະນັກງານ​ຫ້ອງ​ວ່າການ​ເຂົ້າຮ່ວມ. ຢູ່​ແຂວງ​ຈຳປາ​ສັກ ​ແມ່ນ​ຈັດ​ເປັນ​ພິທີລະດັບ​ຊາດ ​ໂດຍ​ການເຂົ້າຮ່ວມ​ຂອງທ່ານພົນ​ໂທ ດວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ, ເຈົ້າ​ແຂວງໆ​ຈຳປາ​ສັກ, ​ເຈົ້າ​ເມືອງ ຈາກ 10 ​ເມືອງ​ທົ່ວ​ແຂວງ ​ແລະ ປະຊາຊົນ​ຊາວ​ເມືອງ​ປາກ​ເຊ ເຂົ້າຮ່ວມ.

ເຫດການ​ເຮືອບິນ​ໂດຍສານຕົກລົງ​ນ້ຳຂອງ ​ຢູ່ແຂວງ​ຈຳປາ​ສັກເຮັດ​ໃຫ້​ຈຸ​ບິນ​ຈຳນວນ 5 ຄົນ ​ແລະ ຜູ້​ໂດຍສານ 44 ຄົນ ລວມທັງ​ໝົດ 49 ຄົນ​ເສຍ​ຊີວິດ​​.

ຂ່າວ/ບົດ​ອື່ນ