ລາວ ຕີລາຄາສູງຄຸນງາມຄວາມດີຂອງບັນດານັກຮົບອາສາສະໝັກຫວຽດນາມ ເສຍສະຫຼະຊີວິດເພື່ອຊາດ

ລາວ ຕີລາຄາສູງຄຸນງາມຄວາມດີຂອງບັນດານັກຮົບອາສາສະໝັກຫວຽດນາມ ເສຍສະຫຼະຊີວິດເພື່ອຊາດ  - ảnh 1
ພາບປະກອບ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​​ເມືອງ​ໄຊ, ​ແຂວງ ອຸດົມ​ໄຊ, ອຳນາດ​ການ​ປົກຄອງ 6 ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ ​ໄດ້​ຈັດ​ພິທີ​ສວດ​ມົນ​ພາວະນາ ​ແລະ ມອບ​​ອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 37 ຊຸດ​​ໃຫ້​ຜູ້​ຕາງໜ້າ​ຄະນະປະຕິບັດ​ງານພິ​ເສດ​ທະ​ຫານ​ເຂດ 2 ຂອງ​ຫວຽດນາມ. ທີ່​ພິທີ, ທ່ານ ຄຳ​ແພງ ຈິດຕະວົງ, ຮອງ​ເຈົ້າ​ແຂວງ​ແຂວງ ອຸດົມ​ໄຊ ​ໄດ້​ຕາງໜ້າ​ໃຫ​້ການ​ນຳ​ແຂວງ ອ່ານ​ສູນ​ທອນ​ພົດ​ຢືນຢັນ ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ວິລະ​ຊົນ ນັກຮົບ​ອາສາ​ສະ​ໝັກຫວຽດນາມ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​​. ທ່ານ​ຖື​ວ່າ: ​ການ​ທີ່​ປະຊາຊົນ​ລາວ ມີ​ ຊີວິດ​ການ​ເປັນ​ຢູ່ທີ່​ສະຫງົບ​ສຸກ​ຄື​ປະຈຸ​ບັນ ​ແມ່ນ ຍ້ອນ​ການ​ເສຍສະຫຼະ​ຊີວິດ​ອັນ​ສູງ​ສົ່ງ​ຂອງ​ບັນດາ​ວິລະ​ຊົນ, ​ນັກຮົບ​ອາສາ​ສະໝັກ​​ຫວຽດນາມເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ​. ປະຊາຊົນ ລາວ​ຈະ​ຈົດ​ຈຳການ​ເສຍສະຫຼະ​​ເລືອດ​ເນື້ອ​ນີ້​ຕະຫຼອດ​ໄປ. ຈຳນວນ​ອັດຖິ​ທີ່​​ຝ່າຍ​ລາວ ​ໄດ້ມອບ​​ໃນ​ຄັ້ງ​ນີ້​ໂດຍ​ແມ່ນ​ຄະນະ​ທ້ອນ​ໂຮມ​ອັດຖິ​​ພາກ​ເໜືອ​ຂອງ​ລາວ ຊອກຄົ້ນ​ຫາຢູ່​ບໍລິ​ເວນ 6 ​ແຂວງ, ​ເຊິ່ງ​ເປັນ​ບໍລິ​ເວນ​ທີ່​ມີ​ພູສູງ ​ແລະ ທຸລະ​ກັນດານທີ່​ສຸດ​ຢູ່​ປະ​ເທດ​ລາວ. ​ແຕ່​ປີ 1994 ມາ​ຮອດ​ປະຈຸ​ບັນ, ຄະນະ​ທ້ອນ​ໂຮມອັດຖິ​​ພາກ​ເໜືອ​ຂອງ​ລາວ ​ໄດ້​ຊອກຄົ້ນ​ຫາ ​ແລະ ສົ່ງ​​ອັດຖິ​ທະຫານ 1.474 ຊຸດກັບ​ຄືນ​ປະ​ເທດ.
ຂ່າວ/ບົດ​ອື່ນ