ລາວ ປະກັບໄຊແຮງງານ ໃຫ້ແກ່ສະຫະພັນແຮງງານນະຄອນຮ່າໂນ້ຍ

ລາວ ປະກັບໄຊແຮງງານ ໃຫ້ແກ່ສະຫະພັນແຮງງານນະຄອນຮ່າໂນ້ຍ - ảnh 1
ພິທີປະ​ກັບ​ໄຊ​ແຮງ​ງານ ​ໃຫ້​ແກ່​ສະຫະ​ພັນ​ແຮງງານນະຄອນ​ຮ່າ​ໂນ້ຍ
(ພາບ: vietnamplus.vn)


(vovworld) - ​​ ຕອນ​ບ່າຍ​ວັນ​ທີ 06/05, ທ່ານ​ເລຂາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ເລຂາ​ເຈົ້າ​ຄອງ​ກຳ​ແພງນະຄອນ​ວຽງ​ຈັນ ສຸ​ກັນ ມະຫາລາດ, ​ໄດ້​ປະດັບ​ຫຼຽນ​ໄຊ​ແຮງ​ງານຊັ້ນ 2 ​ໃຫ້​ແກ່​ສະຫະພັນ​​ແຮງ​ງານນະຄອນ​ຮ່າ​ໂນ້ຍ ຍ້ອນ​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮ່ວມ​ມື, ໜູນ​ຊ່ວຍສະຫະພັນ​ກຳມະບານ​ນະຄອນ​ວຽງ​ຈັນ. ຕາງໜ້າ​ໃຫ້ສະຫະພັນ​ແຮງ​ງານ​ນະຄອນ​ຮ່າ​ໂນ້ຍ, ທ່ານ ​ເຈີ​ນວັນ​ທຶກ, ປະທານ​ສະຫະພັນ, ​ໄດ້​ຮັບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ນີ້​ຂອງ​ລັດ​ລາວ. ກ່ອນ​ໜ້າ​ນັ້ນ, ທ່ານ ສຸ​ກັນ ມະຫາລາດ ​ໄດ້​ມີ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະຫະພັນ​ແຮງ​ງານ​ນະຄອນ​ຮ່າ​ໂນ້ຍ ​ໂດຍ​ທ່ານ ​ເຈີ​ນວັນ​ທຶກ ນຳ​ໜ້າ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ທ່ານ ສຸ​ກັນ ມະຫາລາດ ຢືນຢັນ​ວ່າ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊ່ວຍ​ເຫຼືອ 2 ຝ່າຍ​ປະຕິບັດ​​ແຜນການ​ທີ່​ໄດ້ລົງ​ນາມ ​ແລະ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເພື່ອ​ແນ​ໃສ່​​ເບິ່ງ​ແຍງ, ປົກ​ປ້ອງ​ສິດຜົນ​ປະ​​​ໂຫຍ​ດອັນ​ຊອບທຳຂອງ​ຄົນ​ງານ, ປະກອບສ່ວນ​ເຂົ້າ​ໃນການ​ຊຸກຍູ້​ຄວາມ​ສາມັກ​ຄີ​ອ້າຍ​ນ້ອງລະຫວ່າງ​ນະຄອນຫຼວງ​ຮ່າ​ໂນ້ຍ ​- ວຽງ​ຈັນ ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ​ຫວຽດນາມ ​- ລາວ ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ