ລາວ​ ປະ​ກາດໄວ້​ອາ​ໄລ​ລະ​ດັບ​ຊາດ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ພັກ ແລະ ລັດ ແຫ່ງສປປ.ລາວ ຕັດສິນໃຈ ໄວ້ອາໄລລະດັບຊາດ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນລະຫວ່າງວັນທີ 25 – 26 ກໍລະກົດ 2024. ເວລາໄວ້ອາໄລ ຈະເອົາຫຼຸດທຸງຊາດ ລົງເຄິ່ງເສົາ ແລະ ຈຳກັດທຸກການເຄື່ອນໄຫວລະຫຼິ້ນບັນເທິງ.

ຕອນບ່າຍວັນທີ 22 ກໍລະກົດ, ຫ້ອງວ່າການນາຍົກລັດຖະມົນຕີ ລາວ ໄດ້ອອກແຈ້ງການ ກ່ຽວກັບເລື່ອງ ໄວ້ອາໄລລະດັບຊາດ ໃນລະຫວ່າງວັນທີ 25 – 26 ກໍລະກົດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ. ແຈ້ງການຊີ້ແຈ້ງວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງໄດ້ປະກອບສວ່ນຢ່າງໃຫຍ່ຫຼວງ ແລະ ສຳຄັນເຂົ້າການເພີ່ມທະວີການປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດລາວ - ຫວຽດນາມ ແລະ ຫວຽດນາມ - ລາວ.

ຕໍ່ໜ້າການເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ພັກ, ລັດ , ປະຊາຊົນລາວບັນດາເຜົ່າ ໄດ້ສູນເສຍເພື່ອນຄົນ 1ທີ່ສະໜິດສະໜົມທີ່ສຸດ. ພັກ ແລະ ລັດ ແຫ່ງສປປ.ລາວ ຕັດສິນໃຈ ໄວ້ອາໄລລະດັບຊາດ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນລະຫວ່າງວັນທີ 25 – 26 ກໍລະກົດ 2024. ເວລາໄວ້ອາໄລ ຈະເອົາຫຼຸດທຸງຊາດ ລົງເຄິ່ງເສົາ ແລະ ຈຳກັດທຸກການເຄື່ອນໄຫວລະຫຼິ້ນບັນເທິງ.

ຄະນະຜູ້ແທນຂັ້ນສູງຂອງພັກ - ລັດລາວໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນປະຊາຊົນປະຕິວັດລາວ, ປະທານປະເທດ ນຳໜ້າ ມາເຂົ້າຮ່ວມງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງຢູ່ ນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ