ລາວ ພ້ອມກັບ ບັງກະລາເທດ, ເນປານ ຈະໄດ້ຖອນອອກຈາກບັນຊີບັນດາປະເທດດ້ອຍພັດທະນາທີ່ສຸດ ພາຍຫຼັງໄລຍະຂ້າມຜ່ານ 5 ປີ

(VOVWORLD) -ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບໜຶ່ງ ສົ່ງປະເທດ ລາວ, ບັງກະລາເທດ ແລະ ເນປານ ຈາກກຸ່ມບັນດາປະເທດດ້ອຍພັດທະນາທີ່ສຸດ (LDC) ໄປກຸ່ມບັນດາປະເທດພວມພັດທະນາ.
ລາວ ພ້ອມກັບ ບັງກະລາເທດ, ເນປານ ຈະໄດ້ຖອນອອກຈາກບັນຊີບັນດາປະເທດດ້ອຍພັດທະນາທີ່ສຸດ ພາຍຫຼັງໄລຍະຂ້າມຜ່ານ 5 ປີ - ảnh 1ປີ 2021, ລາຍຮັບສະເລ່ຍຕໍ່ຫົວຄົນຂອງ ລາວ ໄດ້ກຳນົດວ່າແມ່ນ 2.479 USD
(ພາບ: eccil.org)

ໜັງສືພິມ ວຽງຈັນ (Vientiane Times) ສະບັບອອກວັນທີ 29 ພະຈິກ ໃຫ້ຮູ້ວ່າ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບໜຶ່ງ ສົ່ງປະເທດ ລາວ, ບັງກະລາເທດ ແລະ ເນປານ ຈາກກຸ່ມບັນດາປະເທດດ້ອຍພັດທະນາທີ່ສຸດ (LDC) ໄປກຸ່ມບັນດາປະເທດພວມພັດທະນາ. ຕາມ ໜັງສືພິມ ວຽງຈັນ, ດ້ວຍຄວາມເຫັນດີຂອງສະມັດຊາໃຫຍ່ສະຫະປະຊາຊາດ, 3 ປະເທດດັ່ງກ່າວ ຈະໄດ້ຮັບການຮັບຮອງແມ່ນປະເທດພວມພັດທະນາ ພາຍຫຼັງໄລຍະຂ້າມຜ່ານເປັນເວລາ 5 ປີ (2021-2026), ຍາວກວ່າເມື່ອທຽບໃສ່ໄລຍະພື້ນຖານແມ່ນ 3 ປີ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ 3 ປະເທດທີ່ຫາກໍ່ກະກຽມໃຫ້ເລື່ອງອອກຈາກບັນຊີລາຍຊື່ LDC, ສ້າງແຜນການຟື້ນຟູຫຼັງໂລກລະບາດໂຄວິດ-19 ກໍຄືການປະຕິບັດບັນດານະໂຍບາຍ ແລະ ຍຸດທະສາດແນໃສ່ຕ່າວປິ້ນບັນດາຄວາມເສຍຫາຍທາງດ້ານເສດຖະກິດ ແລະ ສັງຄົມຍ້ອນໂລກລະບາດ.

        ປີ 2021, ລາຍຮັບສະເລ່ຍຕໍ່ຫົວຄົນຂອງ ລາວ ໄດ້ກຳນົດວ່າແມ່ນ 2.479 USD. ປະຈຸບັນ, ມີ 46 ປະເທດນອນໃນບັນຊີລາຍຊື່ LDC ແລະ ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນ 1.230 USD ແມ່ນໜຶ່ງໃນບັນດາມາດຕະຖານເພື່ອໄດ້ຫັນເປັນປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ