ລາວ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ 2024

(VOVWORLD) - ນັບແຕ່ປີ 2021, ລາວ ໄດ້ເລີ່ມກະກຽມໃຫ້ແກ່ການຮັບດຳລົງບົດບາດເປັນປະທານ ອາຊຽນ ປີ 2024 ແລ້ວ. ລາວ ໄດ້ສ້າງຕັ້ງ 14 ອະນຸກຳມະການ ຮັບຜິດຊອບທຸກໜ້າວຽກທີ່ກ່ຽວຂ້ອງເຖິງວຽກງານກະກຽມໃຫ້ແກ່ຖານະບົດບາດດັ່ງກ່າວ.
ລາວ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ 2024 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ

ລາວ ພ້ອມແລ້ວທີ່ຈະຮັບດຳລົງບົດບາດເປັນປະທານ ອາຊຽນ 2024. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໃນການຖະແຫຼງຂ່າວກ່ຽວກັບຄວາມຄືບໜ້າຂອງວຽກງານກະກຽມໃຫ້ແກ່ປີປະທານ ອາຊຽນ 2024 ຂອງ ລາວ, ເຊິ່ງຈັດຂຶ້ນໃນວັນທີ 17 ພະຈິກ ຢູ່ ນະຄອນຫຼວງ ວຽງຈັນ. ທ່ານ ສະເຫຼີມໄຊ ກົມມະສິດໃຫ້ຮູ້ວ່າ ນັບແຕ່ປີ 2021, ລາວ ໄດ້ເລີ່ມກະກຽມໃຫ້ແກ່ການຮັບດຳລົງບົດບາດເປັນປະທານ ອາຊຽນ ປີ 2024 ແລ້ວ. ລາວ ໄດ້ສ້າງຕັ້ງ 14 ອະນຸກຳມະການ ຮັບຜິດຊອບທຸກໜ້າວຽກທີ່ກ່ຽວຂ້ອງເຖິງວຽກງານກະກຽມໃຫ້ແກ່ຖານະບົດບາດດັ່ງກ່າວ.

        ຫົວເລື່ອງຂອງປີປະທານ ອາຊຽນ 2024 ແມ່ນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”. ດ້ວຍຫົວເລື່ອງດັ່ງກ່າວ, ລາວຈະວາງອອກ 2 ເປົ້າໝາຍຈຸດສຸມໃຫ້ແກ່ປີປະທານ ອາຊຽນ 2024. ທີໜຶ່ງແມ່ນ, ເພີ່ມທະວີການເຊື່ອມຕໍ່, ບໍ່ພຽງແຕ່ເຊື່ອມຕໍ່ໃນ ອາຊຽນ ເທົ່ານັ້ນ, ຫາກຍັງຫັນວິໄສທັດຂອງພັກ, ລັດລາວ ໃນການຫັນ ລາວ ຈາກປະເທດບໍ່ມີທະເລ ກາຍເປັນປະເທດ ເຊື່ອມຕໍ່ພາກພື້ນ. ທີສອງແມ່ນ, ໃນສະພາບການການແກ້ງແຍ້ງໃນໂລກພວມນັບມື້ນັບເຄັ່ງຮ້ອນ, ເລື່ອງ ອາຊຽນ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ແມ່ນສິ່ງທີ່ມີຄວາມສຳຄັນທີ່ສຸດ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ