ລາວ ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ນັກວິລະຊົນແຮງງານ Le Van Kiem

ລາວ ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ນັກວິລະຊົນແຮງງານ Le Van Kiem - ảnh 1
ທ່ານນາງ ປານີ ຢາທໍ່ຕູ້ ແລະ ທ່ານ Le Van Kiem
(ພາບ: Hoang Chuong)

(vovworld) - ຕອນ​ບ່່າຍວັນ​ທີ 11/6, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ​່ຕູ້ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ໃຫ້​ແກ່​ທ່ານ Le Van Kiem, ປະທານ​ສະພາ​ບໍລິຫານ​ເຂດ​ເສດຖະກິດພິ​ເສດ Long Thanh - ວຽນ​ຈັນ ຍ້ອນ​ມີ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ການ​ສະໜັບສະໜູນ, ຊ່ວຍ​ເຫຼືອ ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ລາວ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ສາມັກຄີ, ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາງ​ຮອງ​ປະທານສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ຂອບ​ອົກ​ຂອບ​ໃຈ ​ແລະ ຕີລາ​ຄາ​ສູງ​ເລື່ອງ​ນັກ​ວິລະ​ຊົນ​ແຮງ​ງານ Le Van Kiem ​ໄດ​້ສະໜັບສະໜູນ​ດ້ານ​ວັດຖຸ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ ​ເພື່ອ​ຊື້​ເຄື່ອງ​ອຸປະກອນ​ຮັບ​ໃຊ້​ໃຫ້​ແກ່​ກອງ​ປະຊຸມ​ຂອງ​ສະພາ​ແຫ​່ງຊາດ​ຊຸດ​ທີ 7 ​​ແລະ ຂອບ​ອົກ​ຂອບ​​ໃຈ​ນ້ຳ​ໃຈ​ເພື່ອ​ການກຸສົນ​ຂອງ​ທ່ານ ​ແລະ ຄອບຄົວ​ໃນ​ຊຸມ​ປີຜ່ານມາ​ເຊິ່ງ​ໄດ້​ກໍ່ສ້າງ​ໂຮງຮຽນ​ໃຫ້​ແກ່​ເດັກນ້ອຍ​ຢູ່​ເຂດທຸກ​ຍາກ, ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ຊ່ວຍ​​ເຫຼືອ​ນັກຮົບ​ເກົ່າ ລາວ, ປະກອບສ່ວນ​ກໍ່ສ້າງ​​ເຂດສຸສານນັກຮົບ​ເສຍສະຫຼະ​ຊີວິ​ດ​ເພື່​ອຊາດ.​..​ ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ໃຫ້​ແກ່ປະຊາຊົນ ລາວ ກ່ຽວ​ກັບພາບ​ພົດ​ງາມ​ຂ​ອງ ນົກ​ຮົບ​ເກົ່າຫວຽດນາມ ທີ່​ເຄີຍ​ຕໍ່ສູ້​ໃນ​ສະໜາມຮົບ ລາວ, ປະຈຸ​ບັນ ​ໄດ້​ກັບ​ຄືນ​ມາປະ​ເທດ​ລາວ ​ເພື່ອລົງທຶນ ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ສ້າງສາ​ປະ​ເທດລາວ​ ​ໃຫ້ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ