ລາວ ມອບຫຼຽນໄຊໃຫ້ການນຳ ເຂດເສດຖະກິດພິເສດ Long Thanh - ວຽງຈັນ

ລາວ ມອບຫຼຽນໄຊໃຫ້ການນຳ ເຂດເສດຖະກິດພິເສດ Long Thanh - ວຽງຈັນ - ảnh 1
ທີ່ພິທີມອບ​ຫຼຽນ​ໄຊ​ພັດທະນາ​ປະ​ເທດ​ລາວ
(ພາບ: vietnamplus.vn)


(vovworld) -     ວັນ​ທີ 13/11, ຢູ່​ແຂວງ​ເຊ​ກອງ, ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກທ່ານ​ປະທານ​ປະ​ເທດ​ລາວ ຈຸມມະ​ລີ​ ໄຊ​ຍະ​ສອນ, ທ່ານ ພອນ​ເພັດ ຄິວລະວົງ, ຮອງ​ເລຂາ​ຄະນະ​ພັກ​ແຂວງ ທັງ​ເປັນ​ຮອງ​ເຈົ້າ​​ແຂວງ​ເຊ​ກອງ ​ໄດ້​ມອບ​ຫຼຽນ​ໄຊ​ພັດທະນາ​ປະ​ເທດ​ລາວ ​ໃຫ້​ແກ່​ທ່ານ Le Van Kiem, ປະທານ​ສະພາ​ບໍລິຫານ ​ແລະ ທ່ານ Le Huy Hoang, ຮອງ​ຜູ້ອຳນວຍການ​ໃຫຍ່ເຂດ​ເສດຖະກິດ​ພິ​ເສດ Long Thanh - ວຽງ​ຈັນ, ຍ້ອນມີ​ການ​ປະກອບສ່ວນ​ໜູນຊ່ວຍ​ແຂວງ​ເຊ​ກອງ ​ໃນ​ການພັດທະນາ​ເສດຖະກິດ ​ແລະ ສັງຄົມ​ຂອງ​ທ້ອງ​ຖິ່ນ. ທີ່​ພິທີ, ທ່ານ ພອນ​ເພັດ ຜິວລະວົງ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​​ເຫຼືອຂອງ​ການ​ນຳເຂດ​ເສດຖະກິດ​ພິ​ເສດ Long Thanh - ວຽງ​ຈັນ ​ໃນ​ການ​ປະກອບສ່ວນ​ຊ່ວຍ​ພັດທະນາ​ເສດຖະກິດ​ຢູ່​ທ້ອງ​ຖິ່ນ, ຊ່ວຍ​ໃຫ້​ປະຊາຊົນ​ເຂດ​ຖືກ​ພະຍຸ ນ້ຳ​ຖ້ວມກໍ​ຂຶ້ນ ​ເພື່ອ​ເຮັດ​ໃຫ້ຊີວິດ​​ຂອງ​ປະຊາຊົນ​ກັບ​ຄືນ​ສູ່​ສະພາບເປັນ​ປົກກະຕິ​ໂດຍ​ໄວ.ພິ​ເສດ​ແມ່ນ​ການ​ນຳເຂດ​ເສດຖະກິດ​ພິ​ເສດ Long Thanh - ວຽງ​ຈັນ ​ໄດ້​ຊ່ວຍ​ເຫຼືອ​ກ່ຽວ​ກັບ​​ເຄື່ອງອຸປະກອນ​ເຕັກນິກ​ໃຫ້​ວິທະຍຸ​ໂທລະພາບ​ແຂວງ​ເຊ​ກອງ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ແຂວງ​ທາງ​ພາກ​ໃຕ້​ຂອງ​ລາວ ​ເວົ້າ​ລວມ ສາມາດ​ຮັບ​ສັນຍານ​​ໂທລະພາບແຫ່ງ​ຊາດ​ໄດ້, ​​ເພື່ອ​ເຂົ້າ​ໃຈຕື່ມ​ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ກໍ​ຄືບັນດາ​ການ​ເຄື່ອນ​ໄຫວທີ່​ຟົດຟື້ນ​ຂອງ​ປີ​​ແຫ່ງ​ຄວາມສາມັກຄີ ມິດຕະພາບຫວຽດນາມ - ລາວ ຕື່ມອີກ.

ຂ່າວ/ບົດ​ອື່ນ