ລາວ ມອບອັດຖິນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ຊ່ຽວຊານ 72 ຊຸດໃຫ້ແກ່ຫວຽດນາມ

ລາວ ມອບອັດຖິນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ຊ່ຽວຊານ 72 ຊຸດໃຫ້ແກ່ຫວຽດນາມ - ảnh 1
ພິທີມອບ​ຮັບອັດຖິ​ທະຫານ​ອາສາ​ສະໝັກ ​
ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ສະຫຼະຊີວິດ​​ຢູ່​ລາວ
(ພາບ: truyenhinhnghean.vn)


(vovworld) –  ວັນ​ທີ 22/04, ຢູ່​ແຂວງ​ຊຽງ​ຊວາງ, 3 ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງແຂວງ ​ເຫງະອານ, ຊຽງ​ຂວາງ ​ແລະ ວຽງ​ຈັນ ​ໄດ້​​ເຊັນ​ບົດ​ບັນທຶກ​ມອບ​ຮັບອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ສະຫຼະຊີວິດ​​ຢູ່​ລາວ ​ໃນ​ບັນດາ​ການ​ສູ້ຮົບ​ໃນ​ເມື່ອ​ກ່ອນກັບ​ເມື່ອ​ຫວຽດນາມ. ນີ້​ແມ່ນ​ຈຳນວນ​ອັດຖິ​ໂດ​ຍຄະນະ​ທ້ອນໂຮມອັດ​ຖິ​​​ແຂວງ​ເຫງະອານ ສົມ​ທົບ​ກັບ​ຄະນະ​ປະຕິບັດ​ງານ​ພິ​ເສດ​ນະຄອນຫຼວງ​ວຽງ​ຈັນ ​ແລະ ຊຽງ​ຂວາງ ​ທ້ອນໂຮມ​​​ເປັນຄັ້ງ​ທີ 2 ​ໃນ​ລະ​ດູ​​ແລ​້ງສົກປີ 2012 – 2013. ທີ່​ພິທີມອບຮັບ​ອັດຖິ, 2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນລະຫວ່າງຄະນະ​ພັກ, ອຳນາດ​ການ​ປົກຄອງຂັ້ນ​ແຕ່ງໆ​ຢູ່​ບັນດາທ້ອງ​ຖິ່ນ​ຂອງ​ລາວ ກັບ​ຄະນະ​ທ້ອນ​ໂຮມ​ອັດຖິແຂວງ​ເຫງະອານ ​ເຊິ່ງ​ໄດ້​ປະຕິບັດ​ແຜນການ​​ໂດຍ​ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ລັດຖະບານ 2 ປະ​ເທດ​ມອບໝາຍ​ໃຫ້​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ