ລາວ ສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີ ມິດຕະພາບ ຫວຽດນາມ-ລາວ

ລາວ ສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີ ມິດຕະພາບ ຫວຽດນາມ-ລາວ - ảnh 1
ພາບປະກອບ

( vovworld ) –  ​ເພື່ອ​ສະ​ເຫຼີ​ມສະຫຼອງປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ-ລາວ 2012 ​ແລະ ນະ​ນຶກ 37 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ, ວັນ​ທີ 25/4, ກະຊວງ​ສຶກສາທິການ ​ແລະ ກິລາ​ລາວ ສົມທົບ​ກັບ​ສະຖານທູດ, ທູດ​ທະຫານ​ຫວຽດນາມ ປະຈຳ​ລາວ ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບ​ພາບ, ສາຍຟິມ​ເອກະສານ ​ແລະ ​ໂອ້​ລົມ​ກ່ຽວ​ກັບ​ມູນ​ເຊື້ອ​ຢູ່​ມະຫາວິທະຍາ​ໄລ​ສັບພະ​ວິ​ຊາ​ລາວ. ທີ່​ການ​ໂອ້​ລົມ, ທ່ານ​ພັນ​ເອກ Nguyen Phu Hai, ຫົວໜ້າ​ທູດ​ທະຫານ​ຫວຽດນາມ ປະຈຳ​ລາວ ຢືນຢັນ​ວ່າ: ​ໄຊຊະນະ​ແຫ່ງ​ປະຫວັດສາດ​ໃນ​ວັນ​ທີ 30/4 ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ​ຂອງ​ລັດທິ​ສັງຄົມ​ນິຍົມ ​ແລະ ນ້ຳ​ໃຈ​ສາກົນ​ກຳມະ​ຊີບ​ອັນ​ສູງ​ສົ່ງ, ​ໃນ​ນັ້ນມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ປະຊາຊົນ​ລາວ​ອ້າຍ​ນ້ອງ. ຟິມຮູບ​ເງົາ ​ແລະ ຮູບ​ພາບ​ຕ່າງໆ​ທີ່​ງານ​ວາງສະ​ແດງ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ບັນດາ​ນັກ​ສຶກສາ​ໄດ້​ເຂົ້າຮ່ວມ. ສົມກຽດ, ນັກ​ສຶກສາມະຫາວິທະຍາ​ໄລ​ສັບພະ​ວິ​ຊາ​ລາວ ​ໃຫ້​ຮູ້​ວ່າ: “ນ້ອງ​ມັກ​ຟິມ​ເອກະສານ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫ່ຍ​ໃນ​ລະດູບານ​ໃໝ່​ປີ 1975 ຂອງ​ຊາດ ຫວຽດນາມ ທີ່​ສຸດ. ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ການ​ປະຕະວັດ​ຂອງ​ປະທານ​ໂຮ່ຈິ​ມິນ. ນອກຈາກ​ນັ້ນ​ແລ້ວ ງານ​ວາງສະ​ແດງ​ຮູບ​ພາບ​ກໍ​​ສະ​ແດງໃຫ້​ພວກ​ນ້ອງ​ເຫັນ​​ໄດ້​ກຳລັງ​ແຮງ ​ແລະ ນ້ຳ​ໃຈ​ສາມັກຄີ​ຂອງ​ຊາດ​ຫວຽດນາມ ​ໃນ​ການ​ຕໍ່ຕ້າ​ນ ຕ້ານ​ສັດຕູ​ຜູ້​ຮຸກ​ຮານ, ຍາດ​​ເອົາຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ

 

 

ຂ່າວ/ບົດ​ອື່ນ