ລາວ, ສ.ເກົາຫຼີ ແລະ ໄທ ສືບສວນສາຍເຫດທີ່ພາໃຫ້ເກີດເຫດເຂື່ອນໄຟຟ້າແຕກຢູ່ ລາວ

(VOVWORLD) - ວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ປະກາດວ່າ ຈະຮ່ວມມືກັບບັນດາປະເທດທີ່ມີວິສາຫະກິດເຂົ້າຮ່ວມໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍ ແນໃສ່ສືບສວນສາຍເຫດທີ່ພາໃຫ້ເຫດເຂື່ອນໄຟຟ້າແຕກ.

ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ຄຳໝັ້ນສັນຍາຈະສືບສວນຢ່າງລະອຽດ ແນໃສ່ຊອກຫາສາຍເຫດຂອງເຫດການດັ່ງກ່າວ ແລະ ຢັ້ງຢືນວ່າ ການສືບສວນຈະດຳເນີນໄປຢ່າງໂປ່ງໃສ ແລະ ຍຸຕິທຳ.

        ກ່ອນໜ້ານັ້ນ, ວັນທີ 23 ກໍລະກົດ, ເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍ ເກີດອຸບັດຕິເຫດແຕກ, ເຮັດໃຫ້ 6 ບ້ານຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື, ພາກໃຕ້ ລາວ ຈົມຢູ່ໃຕ້ນ້ຳທັງໝົດ. ເຂື່ອນໄຟຟ້າດັ່ງກ່ວາແມ່ນໂຄງການທີ່ມີມູນຄ່າ 1,2 ຕື້ USD ມີກຳລັງການຜະລິດ 410 MW, ເລີ່ມລົງມືກໍ່ສ້າງແຕ່ປີ 2013 ແລະ ຄາດວ່າ ຈະສຳເລັດໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ