ລາວ ຫັນທິດຕະຫລາດນຳເຂົ້າ, ສ້າງໂອກາດໃຫ້ສິນທະເລ ຫວຽດນາມ

(VOVWORLD) - ສິນທະເລວາງຂາຍຢູ່ຕາມຮ້ານສັບພະສິນຄ້າ ແລະ ຕະຫລາດໃຫຍ່ຂອງລາວ ສ່ວນຫລາຍແມ່ນນຳເຂົ້າຈາກ ໄທ. ສະນັ້ນ ນີ້ແມ່ນໂອກາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ແຊກຊຶມເຂົ້າຕະຫລາດລາວ.
ລາວ ຫັນທິດຕະຫລາດນຳເຂົ້າ, ສ້າງໂອກາດໃຫ້ສິນທະເລ ຫວຽດນາມ - ảnh 1(ພາບປະກອບ)

  ຫວ່າງແລ້ວນີ້ ເຊື້ອພະຍາດໂຄວິດ-19 ໄດ້ລະບາດຢູ່ຕະຫລາດສິນທະເລຂອງ ໄທ ແລະ ໄດ້ແຜ່ລະບາດອອກສູ່ຫລາຍແຂວງ, ນະຄອນຂອງປະເທດນີ້ ເຮັດໃຫ້ລັດຖະບານ ລາວ ມີຄວາມກັງວົນ ແລະ ໄດ້ອອກຄຳສັ່ງຢຸດຕິການນຳເຂົ້າສິນທະເລຈາກ ໄທ ນັບແຕ່ທ້າຍເດືອນ ທັນວາ ປີ 2020. ບັນດາວິສາຫະກິດນຳເຂົ້າສິນທະເລຂອງລາວ ໄດ້ຫັນໄປຊອກຫາບັນດານັກນຳເຂົ້າສິນທະເລຂອງ ຫວຽດນາມ ຢ່າງວ່ອງໄວ.

        ແຕ່ດົນມາແລ້ວ, ແຫຼ່ງສິນທະເລ ຫວຽດນາມ ທີ່ນຳເຂົ້າ ລາວ ສ່ວນຫລາຍແມ່ນຈາກເຂດທະເລພາກກາງ ຫວຽດນາມ, ດ້ວຍທາງບົກຜ່ານດ່ານຊາຍແດນ ເກົ່າແຈວ (ແຂວງ ຮ່າຕິງ) ແລະ ດ່ານຊາຍແດນ ລາວບ໋າວ (ແຂວງ ກ໋ວາງຈິ) ດ້ວຍປະລິມານບໍ່ຫລາຍປານໃດ, ສ່ວນຫລາຍແມ່ນແມ່ຄ້າຂາຍຂະໜາດນ້ອຍທີ່ເປັນຊາວ ຫວຽດນາມ ດຳເນີນທຸລະກິດຢູ່ລາວ ສັ່ງຊື້ສິນຄ້າ ເພື່ອສະໜອງໃຫ້ຮ້ານອາຫານບາງຮ້ານ. ສິນທະເລວາງຂາຍຢູ່ຕາມຮ້ານສັບພະສິນຄ້າ ແລະ ຕະຫລາດໃຫຍ່ຂອງລາວ ສ່ວນຫລາຍແມ່ນນຳເຂົ້າຈາກ ໄທ. ສະນັ້ນ ນີ້ແມ່ນໂອກາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ແຊກຊຶມເຂົ້າຕະຫລາດລາວ.

ຕອບກັບ

ຂ່າວ/ບົດ​ອື່ນ