ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືທາງດ້ານພຸດທະສາສະໜາ

(VOVWORLD) - ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ລົງນາມໃນປີ 2005, 2018...
ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືທາງດ້ານພຸດທະສາສະໜາ - ảnh 1
ການເຮັດວຽກລະຫວ່າງສອງຝ່າຍ

ຕອນເຊົ້າວັນທີ 23 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ແຫ່ງ ສປປ ລາວ, ຄະນະຜູ້ແທນສູນກາງພຸດທະສາສະໜາ ຫວຽດນາມ ນຳໂດຍ ພະມະຫາອາຈານ ທິກທ້ຽນເຍີນ, ປະທານສະພາບໍລິຫານງານພຸດທະສາສະໜາ ຫວຽດນາມ, ເປັນຫົວໜ້າຄະນະ, ໄດ້ມີການເຈລະຈາກັບ ສູນກາງສະຫະພັນພຸດທະສາສະໜາ ລາວ ໂດຍພະມະຫາອາຈານ ບຸນມາ ສິມມາພົມ, ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ເປັນຫົວໜ້າຄະນະ.

        ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ລົງນາມໃນປີ 2005, 2018, ພ້ອມທັງສະເໜີໃຫ້ສະມາຄົມພຸດທະສາສະໜາຍົກສູງການພົວພັນຮ່ວມມືຮອບດ້ານເພື່ອສົມກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່, ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ,  ເພີ່ມທະວີວຽກງານພົວພັນຕ່າງປະເທດປະຊາຊົນຜ່ານຄະນະປະສານງານວຽກງານພຸດທະສາສະໜາ ລາວ - ຫວຽດນາມ ກໍ່ຄືພຸດທະສາສະນິກກະຊົນສອງປະເທດຜ່ານບັນດາວັນບຸນສຳຄັນຂອງສາສະໜາພຸດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ