ລາວ ເປີດປະຕູໃຫ້ນັກທ່ອງທ່ຽວ ຫວຽດນາມ ແລະ 16 ປະເທດອື່ນ

(VOVWORLD) -ລັດຖະບານ ລາວ ໄດ້ປະກາດແຜນການເປີດປະຕູປະເທດຕາມ 3 ໄລຍະ ນັບແຕ່ວັນທີ 01 ມັງກອນ 2022 ຈະມາເຖິງນີ້
ລາວ ເປີດປະຕູໃຫ້ນັກທ່ອງທ່ຽວ ຫວຽດນາມ ແລະ 16 ປະເທດອື່ນ - ảnh 1

ທີ່ການຖະແຫຼງຂ່າວໃນວັນທີ 17 ທັນວາ, ລັດຖະບານ ລາວ ໄດ້ປະກາດແຜນການເປີດປະຕູປະເທດຕາມ 3 ໄລຍະ ນັບແຕ່ວັນທີ 01 ມັງກອນ 2022 ຈະມາເຖິງນີ້, ດ້ວຍເປົ້າໝາຍດຶງດູດນັກທ່ອງທ່ຽວ, ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຟື້ນຟູເສດຖະກິດປະເທດຊາດ. ແຜນການເປີດປະຕູໄດ້ແບ່ງເປັນ 3 ໄລຍະຄື: ໄລຍະທີ 1 ເລີ່ມແຕ່ວັນທີ 01 ມັງກອນ 2022; ໄລຍະທີ 2 ແຕ່ວັນທີ 01 ເມສາ ແລະ ໄລຍະທີ 3 ແຕ່ວັນທີ 01 ມິຖຸນາ ເປັນຕົ້ນໄປ. ໃນໄລຍະທີ 1, ລາວ ຈະຕ້ອນຮັບນັກທ່ອງທ່ຽວສາກົນທີ່ມາຈາກ 17 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີ ຫວຽດນາມ. ເງື່ອນໄຂເຂົ້າເມືອງລາວ ແມ່ນມີໃນຢັ້ງຢືນສັກວັກຊິນຄົບ 2 ເຂັມຢ່າງໜ້ອຍສຸດແມ່ນ 14 ວັນກ່ອນທີ່ຈະເດີນທາງ; ມີປະກັນສຸຂະພາບ ແລະ ໃບກວດໂຄວິດມີຜົນເປັນລົບກັບໄວຣັດ SARS-CoV-2 ໃນຮອບເວລາ 72 ຊົ່ວໂມງກ່ອນເຂົ້າເມືອງ. ນອກນັ້ນ, ເມື່ອເຂົ້າປະເທດລາວ ຕ້ອງປະຕິບັດການແຍກຕົວເປັນເວລາ 24 ຊົ່ວໂມງເພື່ອລໍຖ້າຜົນການກວດ ເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ