ລາວ ແລະ ອາເມລິກາ ເພີ່ມທະວີການຮ່ວມມື 2 ຝ່າຍ

ລາວ ແລະ ອາເມລິກາ ເພີ່ມທະວີການຮ່ວມມື 2 ຝ່າຍ - ảnh 1
ທ່ານນາງລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ
(ພາບ: ສຳນັກຂ່າວສານຊິງຮົວ)

(vovworld) - ລາວ ​ແລະ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ນີ້​ແມ່ນ​ຖະ​ແຫຼ​ງການ​ຂອງ​ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ​ໃນ​ການ​ພົບ​ປະ​ຢູ່​ນະຄອນຫຼວງ ວຽງ​ຈັນ ​ເມື​່ອວັນ​ທີ 11/7. ນະ​ທີ່​ນີ້, 2 ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ຮ່ວມ​ມື​ໃນ​ຂົງ​ເຂດ​ຊອກ​ຫາ​ອັດຖິ​ທະຫານ​ອ​າ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນປາງ​ສົງຄາມ, ການ​ປາບ​ປາມ​ຢາ​ເສບ​ຕິດ, ຊອກ​ຫາ ​ແລະ ມ້າງ​ທຳລາຍ​ລູກ​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​, ການ​ຄ້າ - ການ​ລົງທຶນ, ການ​ຮ່ວມ​ມື​ໃນ​ຄະນະ​ກຳມະການ​ແມ່ນ້ຳ​ຂອງ ​ແລະ ​ໃນຂົງ​ເຂດ​ຂໍ້​ລິ​ເລີ່ມ​ເຂດລຸ​ມນ້ຳ​ແມ່​ຂອງ, ​ເຫັນ​ດີ​ເປັນ​ເອກະພາບ​ກັນສ້າງ​ຕັ້ງ​ຫ້ອງການ​ອຸດສາຫະກຳ ການ​ຄ້າ ລາວ - ອາ​ເມ​ລິ​ກາ. ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ລາວ ຂອງ​ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Hillary Clinton ​ແມ່ນ​ເຫດການ​ປະ​ຫວັດ​ສາດ​ໃນ​ການ​ພົວພັນ​ຮ່ວມ​ມື ລາວ - ອາ​ເມ​ລິ​ກາ, ​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ເຈົ້າໜ້າ​ທີ່​ຂັ້ນ​ສູງ ອາ​ເມ​ລິ​ກາ ພາຍຫຼັງ​ສ້າງ​ຕັ້ງ​ປະ​ເທດ ສປປ ລາວ ​ແລະ ພາຍຫຼັງ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ​ເມື​່ອ​ເດືອນ 7/2010.

ຂ່າວ/ບົດ​ອື່ນ